• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮຽກຮ້ອງເພີ່ມທະວີການຮ່ວມມືສາກົນ ເພື່ອຮັບມືກັບຄວາມສ່ຽງການກໍ່ການຮ້າຍ

      ກ່າວຄຳເຫັນທີ່ການປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຍົກສູງການຮ່ວມມືສາກົນ ແລະ ຄວາມສາມັກຄີ ເພື່ອມີບັນດາວິທີການແກ້ໄຂຢ່າງມີປະສິດທິຜົນ ໃນການກໍ່ການຮ້າຍ ຕໍ່ໜ້າຄວາມສ່ຽງທີ່ຮ້າຍແຮງ ຈາກການເຄື່ອນໄຫວຂອງ IS ໃນໄລຍະຜ່ານມາ.
ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)
      ວັນທີ 19 ສິງຫາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດການປະຊຸມ ກ່ຽວກັບຄວາມສ່ຽງນາບຂູ່ຂອງອັນທີ່ໄດ້ເອີ້ນວ່າ “ລັດອິດສະລາມ” (IS/Da’esh) ອ້າງຊື່ເອງ ສຳລັບສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ການປະຊຸມໂດຍທ່ານ ລັດຖະມົນຕີການຕ່າງປະເທດ ອິນເດຍ S. Jaishankar ເປັນປະທານ ໃນຖານະເປັນປະທານສະພາຄວາມໝັ້ນຄົງ ສປຊ ຈັດຂຶ້ນໃນເດືອນສິງຫາ ປີ 2021. ກ່າວຄຳເຫັນທີ່ການປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຍົກສູງການຮ່ວມມືສາກົນ ແລະ ຄວາມສາມັກຄີ ເພື່ອມີບັນດາວິທີການແກ້ໄຂຢ່າງມີປະສິດທິຜົນ ໃນການກໍ່ການຮ້າຍ ຕໍ່ໜ້າຄວາມສ່ຽງທີ່ຮ້າຍແຮງ ຈາກການເຄື່ອນໄຫວຂອງ IS ໃນໄລຍະຜ່ານມາ. ທ່ານເອກອັກຄະລັດຖະທູດ ຟ້ານຫາຍແອັງ ໄດ້ເນັ້ນໜັກວ່າ ຄວນຊຸກຍູ້ບັນດາມາດຕະການຕ້ານການກໍ່ການຮ້າຍຢ່າງຮອບດ້ານ ແລະ ຮັບປະກັນຄວາມມານະພະຍາຍາມລວມ ໃຫ້ສອດຄ່ອງກັບກົດບັດ ສປຊ ແລະ ກົດໝາຍສາກົນ. ທ່ານເອກອັກຄະລັດຖະທູດ ເນັ້ນໜັ້ກເຖິງເລື່ອງສະພາຄວາມໝັ້ນຄົງ ສປຊ ຕ້ອງນຳໃຊ້ປະສິດທິຜົນໃນບັນດາເຄື່ອງມືທີ່ມີຢູ່ແລ້ວ ເພື່ອຮັບມືກັບບັນດາໄພນາບຂູ່ຈາກການກໍ່ການຮ້າຍ, ໃນນັ້ນຕ້ອງເອົາໃຈໃສ່ເຖິງເລື່ອງການກໍ່ການຮ້າຍນຳໃຊ້ເຕັກໂນໂລຢີໃໝ່ ເພື່ອສ້າງແຫຼ່ງການເງິນ ແລະ ເພີ່ມການເຄື່ອນໄຫວ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top