• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮັບຕຳແໜ່ງເປັນປະທານ AAPTC 2020

ວັນທີ 26 ເມສາ, ໃນຂອບເຂດກອງປະຊຸມສຳມະນາ ແລະ ກອງປະຊຸມປະຈຳປີສະຫະສະມາຄົມບັນດາສູນຮັກສາສັນຕິພາບ ອາຊີ - ປາຊີຟິກ (AAPTC) ຢູ່ ບາງກອກ, ປະເທດ ໄທ, ຫວຽດນາມ ໄດ້ຮັບຕຳແໜ່ງເປັນປະທານ AAPTC ປີ 2020 ຈາກ ໄທ.

ຫວຽດນາມ ຮັບຕຳແໜ່ງເປັນປະທານ AAPTC 2020 (ພາບ: TTXVN)
ກອງປະຊຸມສຳມະນາ ແລະ ກອງປະຊຸມປະຈຳປີ AAPTC ໄດ້ດຳເນີນໃນລະຫວ່າງວັນທີ 23 – 26 ເມສາ ຢູ່ ບາງກອກ ດ້ວຍຫົວຂໍ້ວ່າ “ຜ່ານຜ່າສິ່ງທ້າທາຍ: ການກະທຳ ແລະ ຄວາມມານະພະຍາຍາມຂອງ ອາຊີ - ປາຊີຟິກ ແນໃສ່ຍົກສູງປະສິດທິຜົນໃນການເຄື່ອນໄວຮັກສາສັນຕິພາບ” ຊຶ່ງມີການເຂົ້າຮ່ວມຂອງ 21 ຄະນະຜູ້ແທນທີ່ມາຈາກບັນດາປະເທດສະມາຊິກ. ເມື່ອກ່າວບົດປະກອບຄຳເຫັນທີ່ກອງປະຊຸມ, ຫົວໜ້າຄະນະຜູ້ແທນ ຫວຽດນາມ, ທ່ານພົນຈັດຕະວາ ຮ່ວາງກິມຟຸງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ປະຕິບັດຕາມບັນດາມາດຕະຖານຂອງສະຫະປະຊາຊາດວາງອອກ ກ່ຽວກັບເລື່ອງຍົກສູງບົດບາດຂອງແມ່ຍິງໃນການເຄື່ອນໄຫວຮັກສາສັນຕິພາບ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top