ຂ່າວສານ
ຫວຽດນາມ ອຸປະຖຳມະນຸດສະທຳຈຳນວນເງິນ 300.000 USD ໜູນຊ່ວຍ ເນປານ ແກ້ໄຂຜົນຮ້າຍທີ່ເກີດຈາກສະພາບນ້ຳໄຫຼຊຸ ແລະ ດິນເຊາະເຈື່ອນ
ຕໍ່ກັບບັນດາຄວາມເສຍຫາຍຢ່າງຮ້າຍແຮງທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ ເນປານ ຍ້ອນນ້ຳໄຫຼຊຸ ແລະ ດິນເຊາະເຈື່ອນ, ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີ ແລະ ການໜູນຊ່ວຍເຊິ່ງກັນແລະກັນລະຫວ່າງ ຫວຽດນາມ ແລະ ເນປານ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໄດ້ຕົກລົງອຸປະຖຳມະນຸດສະທຳຢ່າງຮີບດ່ວນດ້ວຍຈຳນວນເງິນ 300.000 USD ເພື່ອຊ່ວຍໃຫ້ລັດຖະບານ ແລະ ປະຊາຊົນ ເນປານ ແກ້ໄຂຜົນຮ້າຍທີ່ເກີດຈາກໄພທຳມະຊາດ.
ໄພພິບັດນ້ຳໄຫຼຊຸ ແລະ ດິນເຊາະເຈື່ອນເກີດຂຶ້ນໃນວັນທີ 26 ສິງຫາ. ຕາມອົງການຄຸ້ມຄອງ ແລະ ຜ່ອນບັນເທົາໄພທຳມະຊາດ ເນປານ ແລ້ວ, ໄລ່ຮອດເວລາ 20 ໂມງ ຕອນຄ່ຳວັນທີ 04 ກັນຍາ (ຕາມເວລາ ຫວຽດນາມ), ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 1.287 ຄົນ ແລະ 5.083 ຄົນຫາຍສາບສູນຍ້ອນໄພພິບັດນ້ຳໄຫຼຊຸ ແລະ ດິນເຊາະເຈື່ອນ.






