• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫະປະຊາຊາດ ຮັບຮອງເອົາມະຕິ “ທົດສະວັດສາກົນກ່ຽວກັບວັດທະນະທຳ ເພື່ອການພັດທະນາແບບຍືນຍົງ” ໂດຍ ຫວຽດນາມ ສະເໜີ

ທົດສະວັດສາກົນ ຈະສ້າງຂອບເຂດເພື່ອຫັນຈາກຄວາມຮັບຮູ້ໄປສູ່ການກະທຳ, ລະດົມການສະໜັບສະໜູນດ້ານການເມືອງ ແລະ ບັນດາແຫຼ່ງກຳລັງ, ຊຸກຍູ້ການພົວພັນຄູ່ຮ່ວມມື, ແບ່ງປັນພູມປັນຍາ
ສະຫະປະຊາຊາດ ຮັບຮອງເອົາມະຕິ “ທົດສະວັດສາກົນກ່ຽວກັບວັດທະນະທຳ ເພື່ອການພັດທະນາແບບຍືນຍົງ” (ພາບ: VNA)

ມະ​ຕິ “ທົດ​ສະ​ວັດ​ສາ​ກົນ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ໄລ​ຍະ 2027 – 2036” ໂດຍ ຫວຽດ​ນາມ ສະ​ເໜີ ແລະ ຊຸກ​ຍູ້ພ້ອມ​ກັບ​ກຸ່ມ​ແກ່ນ​ສານ​ລວມ​ມີ: ອີ​ຕາ​ລີ, ໄຊປຣັດ, ​ລາວ, ກາ​ຕາ ແລະ Saint Kitts ແລະ Nevis, ກັບ 103 ປະ​ເທດ​ຮ່ວມ​ອຸ​ປະ​ຖຳ ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ຈາກ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ສະ​ຫະ​ປະ​ຊາ​ຊາດ​ ໃນ​ວັນ​ທີ 04 ກັນ​ຍາ, ຢູ່​ສຳ​ນັກ​ງານ​ສະ​ຫະ​ຊາ​ຊາດ, ທີ່​ນະ​ຄອນ ນິວ​ຢອກ, ອາ​ເມ​ລິ​ກາ.

ກ່າວ​ຄຳ​ເຫັນ​ສະ​ເໜີ​ມະ​ຕິຕໍ່​​ກອງ​ປະ​ຊຸມສະ​ມັດ​ຊາ​​ໃຫຍ່​​ສະ​ຫະ​ປະ​ຊາ​ຊາດ, ທ່ານ ໂດ້​ຮຸ່ງ​ຫວຽດ, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜ​ູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ, ເນັ້ນ​ໜັກ​ວ່າ ທົດ​ສະ​ວັດ​ສາ​ກົນ ຈະ​ສ້າງ​ຂອບ​ເຂດ​ເພື່ອ​ຫັນ​ຈາກ​ຄວາມ​ຮັບ​ຮູ້​ໄປ​ສູ່​ການ​ກະ​ທຳ, ລະ​ດົມການ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ເມືອງ ແລະ ບັນ​ດາ​ແຫຼ່ງ​ກຳ​ລັງ, ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື, ແບ່​ງ​ປັນ​ພູມ​ປັນ​ຍາ ແລະ ບົດ​ຮຽນ, ຜ່ານນັ້ນ, ​ກໍ່ນຳ​ວັດ​ທະ​ນະ​ທຳ​​ໃຫ້ນັບ​ມື້​ນັບ​ຮັກ​ສາ​ບົດ​ບາດ​ສຳ​ຄັນ​ໃນ​ໂຄງ​ການ​ດຳ​ເນີນ​ງານ​ເພື່ອ​ການ​ພັດ​ທະ​ນາ​ທົ່ວ​ໂລກ.

ເລື່ອງ​ກອ​ງະ​ຊຸມ​​ສະ​ມັດ​ຊາໃຫຍ່​ສະ​ຫະ​ປະ​ຊາ​ຊາດຮັບ​ຮອງ​ເອົາ​ຂໍ້​ລິ​ເລີ່ມ ໄດ້ເປັນ​ການຢັ້ງ​ຢືນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ທີ່​ນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງ​ຂວາງ​ຂອງ​ປະ​ຊາ​ຄົມ​ສາ​ກົນ ກ່ຽວ​ກັບ​ບົດ​ບາດ​ແກ່ນ​ສານ​ຂອງວັດ​ທະ​ນະ​ທຳ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ 2030.

(ແຫຼ່ງຄັດຈາກ VOV)

ການທູດລັດຖະສະພາສວມບົດບາດສຳຄັນໃນການພົວພັນ ຫວຽດນາມ - ມຽນມາ

ການທູດລັດຖະສະພາສວມບົດບາດສຳຄັນໃນການພົວພັນ ຫວຽດນາມ - ມຽນມາ

ການນຳ 2 ທ່ານໄດ້ແບ່ງປັນກ່ຽວກັບບົດບາດຂອງອົງການນິຕິບັນຍັດໃນລະບົບການເມືອງ ແລະ ວິວັດການພັດທະນາຂອງແຕ່ລະປະເທດ.

Top