• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕໍ່ກຳລັງແຮງໃຫ້ແກ່ການພົວພັນຮ່ວມມື ຫວຽດນາມ ກັບ ສ.ເກົາຫຼີ

ການຢ້ຽມຢາມມີຄວາມໝາຍສຳຄັນນັບທັງທາງດ້ານ 2 ຝ່າຍ ແລະ ການຮ່ວມມືລັດຖະສະພາ.
ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ (ພາບ​: VNA)

ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ Cho Jeong Sik, ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ.ເກົາ​ຫຼີ ແລະ ພັນ​ລະ​ຍາ, ພ້ອມ​ກັບ​ທ່ານ Sandag Byambatsogt, ປະ​ທານສະ​ພາ​ແຫ່ງ​ຊາດ ມົງ​ໂກນ ແລະ ພັນ​ລະ​ຍາ, ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ພັນ​ລະ​ຍາ, ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ຈະ​ດຳ​ເນີນ​ການ​​ຢ້ຽມ​ຢາມ ສ.ເກົາ​ຫຼີ ​ແລະ ມົງ​ໂກນ ຢ່າງ​ເປັນ​ທາງ​ການ, ແຕ່​ວັນ​ທີ 06 – 11 ກັນ​ຍາ.

ຕາມ​ທ່ານ​ ວູ​ໂຮ່, ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ຫວຽດ​ນາມ ປະ​ຈຳ ສ.ເກົາ​ຫຼີ ແລ້ວ, ການ​ຢ້ຽມ​ຢາມ​ມີ​ຄວາມ​ໝາຍ​ສຳ​ຄັນ​ນັບ​ທັງ​ທາງ​ດ້ານ 2 ຝ່າຍ ​ແລະ ການ​ຮ່ວມ​ມື​ລັດ​ຖະ​ສ​ະ​ພາ. ການ​ຢ້ຽມ​ຢາມ​ສືບ​ຕໍ່​ຢືນ​ຢັນ​ການ​ຖື​ເປັນ​ສຳ​ຄັນ​​ຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ ແລະ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕໍ່​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບ​ດ້ານ ຫວຽດ​ນາມ - ສ.ເກົາ​ຫຼີ.

ໃນ​ຂະ​ນະ​ນັ້ນ, ຕາມ​ທ່ານ ຫງວຽນ​ຕ​ວນ​ແທັງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ມົງ​ໂກນ ແລ້ວ, ການ​ຢ້ຽມ​ຢາມ​ດັ່ງ​ກ່າວ​ມີ​ຄວາມ​ໝາຍ​ສຳ​ຄັນ, ຈັດ​ຂຶ້ນ​ກົງ​ກັບ​ຈຸດ​ເວ​ລາ​​ທີ່ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ມົງ​ໂກນ ພວມ​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ ແລະ ຫາກໍ່​ໄດ້​ຍົກ​ລະ​ດັບ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ (ເດືອນ ກັນ​ຍາ 2024).

(ແຫຼ່ງຄັດຈາກ VOV)

ການທູດລັດຖະສະພາສວມບົດບາດສຳຄັນໃນການພົວພັນ ຫວຽດນາມ - ມຽນມາ

ການທູດລັດຖະສະພາສວມບົດບາດສຳຄັນໃນການພົວພັນ ຫວຽດນາມ - ມຽນມາ

ການນຳ 2 ທ່ານໄດ້ແບ່ງປັນກ່ຽວກັບບົດບາດຂອງອົງການນິຕິບັນຍັດໃນລະບົບການເມືອງ ແລະ ວິວັດການພັດທະນາຂອງແຕ່ລະປະເທດ.

Top