ການຢ້ຽມຢາມມີຄວາມໝາຍສຳຄັນນັບທັງທາງດ້ານ 2 ຝ່າຍ ແລະ ການຮ່ວມມືລັດຖະສະພາ.
ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ (ພາບ: VNA)
ໂດຍໄດ້ຮັບຄຳເຊີນຂອງທ່ານ Cho Jeong Sik, ປະທານສະພາແຫ່ງຊາດ ສ.ເກົາຫຼີ ແລະ ພັນລະຍາ, ພ້ອມກັບທ່ານ Sandag Byambatsogt, ປະທານສະພາແຫ່ງຊາດ ມົງໂກນ ແລະ ພັນລະຍາ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະດຳເນີນການຢ້ຽມຢາມ ສ.ເກົາຫຼີ ແລະ ມົງໂກນ ຢ່າງເປັນທາງການ, ແຕ່ວັນທີ 06 – 11 ກັນຍາ.
ຕາມທ່ານ ວູໂຮ່, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ແລ້ວ, ການຢ້ຽມຢາມມີຄວາມໝາຍສຳຄັນນັບທັງທາງດ້ານ 2 ຝ່າຍ ແລະ ການຮ່ວມມືລັດຖະສະພາ. ການຢ້ຽມຢາມສືບຕໍ່ຢືນຢັນການຖືເປັນສຳຄັນຢ່າງສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ສະພາແຫ່ງຊາດ ຫວຽດນາມ ຕໍ່ກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ.
ໃນຂະນະນັ້ນ, ຕາມທ່ານ ຫງວຽນຕວນແທັງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມົງໂກນ ແລ້ວ, ການຢ້ຽມຢາມດັ່ງກ່າວມີຄວາມໝາຍສຳຄັນ, ຈັດຂຶ້ນກົງກັບຈຸດເວລາທີ່ການພົວພັນລະຫວ່າງ ຫວຽດນາມ - ມົງໂກນ ພວມມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ ແລະ ຫາກໍ່ໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມມືຮອບດ້ານ (ເດືອນ ກັນຍາ 2024).