• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ອີຕາລີ ເຫັນດີເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ 2 ຝ່າຍໃຫ້ເລິກເຊິ່ງກ່ວາອີກ

ຕອນບ່າຍວັນທີ 20/4, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ້ງ ໄດ້ມີການເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອີຕາລີ Mario Draghi.

ຕອນບ່າຍວັນທີ 20/4, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ້ງ ໄດ້ມີການເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອີຕາລີ Mario Draghi.

    

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ

  ທີ່ການເຈລະຈາທາງໂທລະສັບ, ທ່ານນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີເພີ່ມທະວີການແລກປ່ຽນໃນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ສືບຕໍ່ຊຸກຍູ້ປະສິດທິຜົນຂອງໂຄງການຜັນຂະຫຍາຍປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດ 2021 – 2023, ບັນດາກົນໄກຮ່ວມມື, ໃນນັ້ນມີການຈັດຕັ້ງກອງປະຊຸມປຶກສາຫາລືການເມືອງຄັ້ງທີ 4, ຄະນະກຳມະການປະສົມການຮ່ວມມືເສດຖະກິດຊຸດທີ 7, ກະກຽມໃຫ້ແກ່ວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 50 ປີ ແລະ  10 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອີຕາລີ ໃນປີ 2023.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງ ເລື່ອງ ອີຕາລີ ສືບຕໍ່ຈັດຫວຽດນາມ ເຂົ້າໃນບັນຊີລາຍຊື່ບຸລິມະສິດການຮ່ວມມືດ້ານການຄ້າ ແລະ ການລົງທຶນໃນໄລຍະຫຼັງປີ 2020; ຢືນຢັນວ່າ ຫວຽດນາມ ສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ອີຕາລີ ເປີດກວ້າງການລົງທຶນຢູ່ ຫວຽດນາມ.

       ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຍັງສະເໜີ ອີຕາລີ, ໃນຖານະແມ່ນປະເທດສະມາຊິກສຳຄັນຂອງກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າ (G7) ແລະ ອີຢູ ໜູນຊ່ວຍຫວຽດນາມ ເຂົ້າເຖິງດ້ານການເງິນ ແລະ ເຕັກໂນໂລຊີ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໂຄງການຫັນເປັນດິຈິຕອນ, ເສດຖະກິດຂຽວ. ແລະ ພະລັງງານທົດແທນ, ໃນນັ້ນມີການໜູນຊ່ວຍສ້າງຕັ້ງການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານທີ່ສະເໝີພາບກັບຫວຽດນາມ.

   ສ່ວນທ່ານນາຍົກລັດຖະມົນຕີ Mario Draghi ເຫັນດີນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອີຕາລີ ໃຫ້ເລິກເຊິ່ງກວ່າອີກໃນໄລຍະຈະມາເຖິງ; ໝັ້ນໝາຍວ່າລັດຖະບານອີຕາລີຈະຊຸກຍູ້ສະພາແຫ່ງຊາດອີຕາລີໃຫ້ສັດຕະຍາບັນສັນຍາ EVIPA ໂດຍໄວ; ທ່ານນາຍົກລັດຖະມົນຕີ ອີຕາລີ ກໍ່ຢືນຢັນຄວາມພ້ອມໃຫ້ການ ໜູນຊ່ວຍຫວຽດນາມ ໃນຂົງເຂດຫັນປ່ຽນພະລັງງານຢ່າງສະເໝີພາບ.

   ການນຳ 2 ທ່ານໄດ້ປຶກສາຫາລືບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ ແລະ ຄວາມສຳຄັນຂອງການແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລ (UNCLOS) ປີ 1982.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top