• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຫັນປ່ຽນຕົນເອງຍ້ອນການຄ້າ ແລະ “ໄດ້ສ້າງແຫຼ່ງບັນດານໃຈໃຫ້ແກ່ພວກເຮົາທຸກຄົນ”

ບັນດາປະເທດສະມາຊິກ G77 ກໍ່ຊົມເຊີຍເລື່ອງ ຫວຽດນາມ ໄດ້ຮັບໜ້າທີ່ເປັນເຈົ້າພາບຈັດກອງປະຊຸມ ແລະ ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມຈະບັນລຸຜົນສຳເລັດຢ່າງຈົບງາມ.
ທ່ານ ດັ້ງຮ່ວາງຢາງ, ເອກອັກຄະລັດຖະທູດ ກ່າວຄຳເຫັນທີ່ວາລະໂອ້ລົມສົນທະນາ (ພາບ: TTXVN)

ວາລະໂອ້ລົມສົນທະນາລະຫວ່າງທ່ານເລຂາທິການໃຫຍ່ກອງປະຊຸມສະຫະປະຊາຊາດ ກ່ຽວກັບດ້ານຄ້າ ແລະ ການພັດທະນາ (UNCTAD) ພ້ອມກັບບັນດາປະເທດສະມາຊິກກຸ່ມບັນດາປະເທດພວມພັດທະນາ (G77) ແລະ ຈີນ ກ່ຽວກັບວິທີການໃນປະຈຸບັນສຳລັບການຄ້າ ແລະ ການພັດທະນາສາກົນ ຈັດຂຶ້ນໃນວັນທີ 28 ມີນາ, ຢູ່ ນິວຢອກ, ປະເທດ ອາເມລິກາ. ເນື່ອງໃນໂອກາດນີ້, ທ່ານ Rebeca Grynspan, ເລຂາທິການ UNCTAD ໄດ້ຂອບໃຈ ຫວຽດນາມ ໄດ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີ UNCTAD ຄັ້ງທີ 16 ໃນປີ 2025, ທ່ານຕີລາຄາວ່າ ຫວຽດນາມ ແມ່ນປະເທດພວມຫັນປ່ຽນຕົນເອງຍ້ອນການຄ້າ ແລະ “ໄດ້ສ້າງແຫຼ່ງບັນດານໃຈໃຫ້ແກ່ພວກເຮົາທຸກຄົນ”. ພ້ອມກັນນັ້ນ, ບັນດາປະເທດສະມາຊິກ G77 ກໍ່ຊົມເຊີຍເລື່ອງ ຫວຽດນາມ ໄດ້ຮັບໜ້າທີ່ເປັນເຈົ້າພາບຈັດກອງປະຊຸມ ແລະ ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມຈະບັນລຸຜົນສຳເລັດຢ່າງຈົບງາມ.

ແບ່ງປັນກ່ຽວກັບຫົວຂໍ້ຂອງວາລະໂອ້ລົມຊົນທະນາ, ທ່ານ ດັ້ງຮ່ວາງຢາງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ຂອບໃຈການສະໜັບສະໜູນຂອງບັນດາປະເທດຕໍ່ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີ UNCTAD ຄັ້ງທີ 16. UNCTAD ແມ່ນກອງປະຊຸມຂັ້ນສູງສຸດກ່ຽວກັບດ້ານການຄ້າ ແລະ ການພັດທະນາໂດຍສະຫະປະຊາຊາດ ຈັດຂຶ້ນ 4 ປີເທື່ອໜຶ່ງ. ນີ້ກໍ່ແມ່ນແຫ່ງທີ່ 195 ປະເທດສະມາຊິກຕີລາຄາກ່ຽວກັບບັນຫາການຄ້າ, ການພັດທະນາ ແລະ ສ້າງປະຕິກິຕິຍານະໂຍບາຍທົ່ວໂລກ. ຄາດວ່າ, ສະຫະປະຊາຊາດຈະຈັດກອງປະຊຸມ UNCTAD 16 ໃນເດືອນ ຕຸລາ 2025 ຢູ່ ກວາງນິງ, ດ້ວຍການເຂົ້າຮ່ວມຂອງຜູ້ແທນແຕ່ 1.200 – 2.000 ທ່ານ.

(ແຫຼ່ງຄັດຈາກ VOV)

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ຂອງສຳນັກຂ່າວສານຫວຽດນາມ ຖືກ ພູກວີ ນຳເຂົ້າໃນຜະລິດຕະພັນແທ່ງເງິນ 50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ຂອງສຳນັກຂ່າວສານຫວຽດນາມ ຖືກ ພູກວີ ນຳເຂົ້າໃນຜະລິດຕະພັນແທ່ງເງິນ “50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ”

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ໃນຕອນທ່ຽງຂອງວັນທີ 30 ເມສາ 1975 ໂດຍນັກຂ່າວ ເຈິ່ນມາຍເຫືອງ, ເຊິ່ງລິຂະສິດຮູບພາບເປັນຂອງສຳນັກຂ່າວສານ ຫວຽດນາມ ໄດ້ຖືກນຳມາສ້າງໃໝ່ໃນຜະລິດຕະພັນແທ່ງເງິນຂອງກຸ່ມບໍລິສັດຄຳເງິນເພັດພອຍ ພູກວີ.

Top