• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສົ່ງອອກເຂົ້າສານຕ້ອງຄ້ຳປະກັນດ້ານສະບຽງອາຫານ

ເປັນປະທານກອງປະຊຸມກັບບາງກະຊວງ, ຂະແໜງການຂັ້ນສູນກາງໃນຕອນບ່າຍວັນທີ 20 ເມສາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີ່ງຢຸງ ໄດ້ຮຽກຮ້ອງໃຫ້ເບີກເຂົ້າສານກ່ອນ 100.000 ໂຕນໂດຍຫັກຈາກປະລິມານການສົ່ງອອກທີ່ໄດ້ກຳນົດໄວ້ໃນເດືອນ ພຶດສະພາ 2020 ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ.

  ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ (ພາບ: VGP)

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ເນັ້ນໜັກວ່າ ເລື່ອງຄ້ຳປະກັນດ້ານສະບຽງອາຫານແມ່ນບັນຫາຍຸດທະສາດ, ສຳຄັນທີ່ກ່ຽວຂ້ອງເຖິງຊີວິດການເປັນຢູ່ຂອງປະຊາຊົນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເປັນຕົ້ນແມ່ນໃນສະພາບການໂລກລະບາດໂຄວິດ-19 ແລະ ການປ່ຽນແປງຂອງດິນຟ້າອາກາດ ພວມຜັນແປຢ່າງສັບສົນທີ່ສຸດຄືປັດຈຸບັນ. ດັ່ງນັ້ນ, ເລື່ອງສົ່ງອອກເຂົ້າສານໃນສະພາບການປັດຈຸບັນ ຕ້ອງໄດ້ຮັບການພິຈາລະນາຢ່າງລອບຄອບຖີ່ຖ້ວນ.
 (ແຫຼ່ງຄັດຈາກ VOV)

75 ບົດ​ປະ​ພັນ​ທີ່​ດີ​ເດັ່ນ​ໄດ້​ຮັບ​ລາງວັນ​ການແຂ່ງ​ຂັນຂຽນ​ບົດ​​ການ​ເມືອງ​ທິດ​ສະ​ດີ​ກ່ຽວ​ກັບ​ການ ປົກ​ປ້ອງ​ພື້ນ​ຖານ​ແນວ​ຄິດ​ຂອງ​ພັກ

75 ບົດ​ປະ​ພັນ​ທີ່​ດີ​ເດັ່ນ​ໄດ້​ຮັບ​ລາງວັນ​ການແຂ່ງ​ຂັນຂຽນ​ບົດ​​ການ​ເມືອງ​ທິດ​ສະ​ດີ​ກ່ຽວ​ກັບ​ການ ປົກ​ປ້ອງ​ພື້ນ​ຖານ​ແນວ​ຄິດ​ຂອງ​ພັກ

ຕອນ​ຄ່ຳ​ວັນ​ທີ 20 ສິງ​ຫາ, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ພັກ​ລັດ​ຖະ​ບານ​ໄດ້​ຈັດ​ພິ​ທີ​ມອບ​ລາງວັນ​ການ​ແຂ່ງ​ຂັ​ນ​ຂຽນ​ບົດ​​ການ​ເມືອງ-ທິດ​ສະ​ດີ​ກ່ຽວ​ກັບ​ການ​ປົກ​ປ້ອງ​ພື້ນ​ຖາ​ນ​ແນວ​ຄິດ​ຂອງ​ພັກ​ໃນ​ອົງ​ຄະ​ນະ​ພັກ​ລັດ​ຖະ​ບານ​ຄັ້​ງທີ 2, ປີ 2026

Top