• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສົມທົບຢ່າງແໜ້ນແຟ້ນກັບບັນດາປະເທດອາຊຽນ ແລະ ອິນເດີຍ ເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອິນເດຍ ພັດທະນາ

ທ່ານລັດຖະມົນຕີ ບຸຍແທັງເຊີນ ເນັ້ນໜັກວ່າ, ອາຊຽນ ແລະ ອິນເດຍ ແມ່ນຄູ່ຮ່ວມມືທີ່ມີມາແຕ່ດົນນານ, ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ.

ທ່ານລັດຖະມົນຕີ ບຸຍແທັງເຊີນ ເນັ້ນໜັກວ່າ, ອາຊຽນ ແລະ ອິນເດຍ ແມ່ນຄູ່ຮ່ວມມືທີ່ມີມາແຕ່ດົນນານ, ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ.

    

ຫວຽດນາມ ຈະສົມທົບກັບບັນດາປະເທດ ອາຊຽນ ແລະ ອິນເດຍ ຢ່າງແໜ້ນແຟ້ນເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອິນເດຍ ໃຫ້ພັດທະນາຢ່າງແທດຈິງ

ຕອນບ່າຍວັນທີ 16 ມິຖຸນາ, ຢູ່ນະຄອນຫຼວງ ນິວເດລີ, ປະເທດ ອິນເດຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ເຂົ້າຮ່ວມວາລະປຶກສາຫາລືຂັ້ນລັດຖະມົນຕີກ່ຽວກັບ 30 ປີແຫ່ງການພົວພັນ ອາຊຽນ - ອິນເດຍ ໃນຂອບເຂດການປຶກສາຫາລື ເດລີ ຄັ້ງທີ 12 ດ້ວຍຫົວຂໍ້ “ສ້າງຂົວເຊື່ອມຕໍ່ມະຫາສະໝຸດອິນເດຍ - ປາຊີຟິກ”.

        ທີ່ວາລະປຶກສາຫາລື, ທ່ານລັດຖະມົນຕີ ບຸຍແທັງເຊີນ ເນັ້ນໜັກວ່າ, ອາຊຽນ ແລະ ອິນເດຍ ແມ່ນຄູ່ຮ່ວມມືທີ່ມີມາແຕ່ດົນນານ, ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ. ຍ້ອນເຫດນັ້ນ, ໃນສະພາບການປະຈຸບັນ, 2 ຝ່າຍຄວນກຳແໜ້ນກາລະໂອກາດ, ຜ່ານຜ່າສິ່ງທ້າທາຍ; ພ້ອມທັງເສີມຂະຫຍາຍທ່າແຮງຂອງແຕ່ລະຝ່າຍ ເພື່ອຮ່ວມມືກັນຢ່າງມີປະສິດທິຜົນກວ່າ. ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ ອາຊຽນ ແລະ ອິນເດຍ ຄວນສົມທົບກັນຢ່າງແໜ້ນແຟ້ນກວ່າ ເພື່ອແນໃສ່ປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ສ້າງຄວາມສະດວກໃຫ້ແກ່ການຮ່ວມມື ແລະ ພັດທະນາ, ຊຸກຍູ້ການພົວພັນໃຫ້ປອດໃສລະຫວ່າງບັນດາປະເທດມະຫາອຳນາດ, ພ້ອມກັນນັ້ນແມ່ນຮັກສາເຂດທະເລຕາເວັນອອກໃຫ້ມີສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ. ທັງ 2 ຝ່າຍຄວນຍົກອອກເປົ້າໝາຍມັກໃຫຍ່ໄຝ່ສູງກວ່າສຳລັບການເຕີບໂຕດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ການຮ່ວມດ້ານມືວັດທະນະທຳ, ພົວພັນແລກປ່ຽນປະຊາຊົນ… ລະຫວ່າງ 2 ປະເທດ ເພື່ອຮັບໃຊ້ຜົນປະໂຫຍດຢ່າງແທດຈິງຂອງປະຊາຊົນ ແລະ ວິສາຫະກິດ.

        ທ່ານລັດຖະມົນຕີ ບຸຍແທັງເຊີນ, ຢືນຢັນວ່າ ຫວຽດນາມ, ເຊິ່ງແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຈະສົມທົບກັບບັນດາປະເທດ ອາຊຽນ ແລະ ອິນເດຍ ຢ່າງແໜ້ນແຟ້ນເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອິນເດຍ ໃຫ້ພັດທະນາຢ່າງແທດຈິງ ແລະ ເຂັ້ມແຂງກວ່າໃນໄລຍະຈະມາເຖິງ.

        ແລະກໍ່ໃນວັນດຽວກັນ, ນະຄອນຫຼວງ ນິວເດລີ, ທ່ານລັດຖະມົນຕີ ບຸຍແທັງເຊີນ ພ້ອມກັບບັນດາລັດຖະມົນຕີການຕ່າງປະເທດ ແລະ ຜູ້ຕາງໜ້າຂັ້ນສູງບັນດາປະເທດ ອາຊຽນ ແລະ ລັດຖະມົນຕີການຕ່າງປະເທດ ອິນເດຍ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອິນເດຍ ສະໄໝພິເສດເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມື 2 ຝ່າຍ (1992 – 2022).

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top