• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສືບຕໍ່ຊ່ວຍເຫຼືອພົນລະເມືອງ ຫວຽດນາມ ຢູ່ ລາວ ມີຄວາມຫວັງຢາກກັບເມືອປະເທດ

ສະຖານທູດ ຫວຽດນາມ ປະຈຳ ລາວ ຫາກໍ່ປະກາດໃຊ້ແຈ້ງການກ່ຽວກັບເລື່ອງສືບຕໍ່ຊ່ວຍເຫຼືອພົນລະເມືອງ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ ລາວ ຈົດທະບຽນຂໍກັບຄືນເມືອປະເທດ.

ສະຖານທູດຫວຽດານມ ປະຈຳລາວ 

ຕາມນັ້ນແລ້ວ, ສະຖານທູດ ແລະ ບັນດາສະຖານກົງສູນ ຫວຽດນາມ ປະຈຳ ລາວ ຈະຮວບຮວມບັນຊີລາຍຊື່ພົນລະເມືອງ ຫວຽດນາມ ທີ່ມີຄວາມຫວັງຢາກກັບເມືອປະເທດ, ແຈ້ງໃຫ້ກະຊວງການຕ່າງປະເທດ ຫວຽດນາມ ແລະ ບັນດາອົງການທີ່ມີໜ້າທີ່ຂອງ ລາວ ຮັບຊາບເພື່ອ ພິຈາລະນາ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາພົນລະເມືອງ ຫວຽດນາມ ທີ່ມີຊື່ໃນບັນຊີລາຍຊື່ດັງກ່າວໄດ້ອອກເມືອງຜ່ານບັນດາດ່ານຊາຍແດນສາກົນ.

ໃນແຕ່ລະວັນ, ສະຖານທູດ ແລະ ບັນດາສະຖານກົງສູນ ຫວຽດນາມ ປະຈຳ ລາວ ຈະອັບເດດບັນຊີລາຍຊື່, ສົ່ງໃຫ້ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ລາວ, ກໍ່ຄືເອົາລົງໃນເວັບໄຊຂອງສະຖານທູດ ຫວຽດນາມ ປະຈຳ ລາວ ຢ່າງເປີດເຜີຍດ້ວຍລະຫັດ: https://vnembassy-vientiane.mofa.gov.vn. ແລະ ເວັບໄຊຂອງບັນດາສະຖານກົງສູນ ຫວຽດນາມ ປະຈຳ ລາວ ເພື່ອໃຫ້ພໍ່ແມ່ພີ່ນ້ອງຕິດຕາມໄດ້ສະດວກ. ມາຮອດປັດຈະບັນ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຊ່ວຍເຫຼືອພົນລະເມືອງ ຫວຽດນາມ ທີ່ມີຄວາມຫວັງຢາກກັບເມືອປະເທດ, ໄດ້ທັງໝົດ 19 ຄັ້ງ, ແຕ່ລະຄັ້ງແມ່ນປະມານ 200 ເຖິງ 500 ຄົນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top