• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ສິງປະໂປ ຮ່ວມມືກັນຍູ້ແຮງການສົ່ງອອກໄປຍັງ ເອີລົບ

      ທີ່ກອງປະຊຸມສຳມະນາ, ທ່ານ ຫວູບ໊າຝຸ, ຫົວໜ້າກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ) ໃຫ້ຮູ້ວ່າ: ຫວຽດນາມ ແລະ ສິງກະໂປ ແມ່ນສອງປະເທດ ອາຊຽນ ມີການຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາທາງໄກ (ພາບ:  TTXVN)
      ວັນທີ 28 ສິງຫາ, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ), ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ແລະ ສະຫະພັນບັນດານັກຜະລິດສິງກະໂປ ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ຈັດຕັ້ງກອງປະຊຸມສຳມະນາທາງໄກ ເພື່ອຊອກຮູ້ບັນດາສັນຍາການຄ້າເສລີ (FTA) ເພື່ອແຊກຊືມເຂົ້າຕະຫຼາດສະຫະພາບເອີລົບ(EU) ແລະ ລາຊະອານາຈັກ ອັງກິດ ຢ່າງມີປະສິດທິຜົນ. ກອງປະຊຸມສຳມະນາ ແມ່ນການເຄື່ອນໄຫວຂອງກອງປະຊຸມທາງໄກ ແລກປ່ຽນຄ້າຂາຍຜະລິດຕະພັນ Halal ແລະ ບັນດາຜະລິດຕະພັນປຸງແຕ່ງ ຫວຽດນາມ ສິງກະໂປ 2021 ຂຶ້ນກັບໂຄງການລະດັບຊາດກ່ຽວກັບການສົ່ງເສີມການຄ້າ 2021.
      ທີ່ກອງປະຊຸມສຳມະນາ, ທ່ານ ຫວູບ໊າຝຸ, ຫົວໜ້າກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ) ໃຫ້ຮູ້ວ່າ: ຫວຽດນາມ ແລະ ສິງກະໂປ ແມ່ນສອງປະເທດ ອາຊຽນ ມີການຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ. ມາຮອດປັດຈຸບັນ, ຫວຽດນາມໄດ້ລົງນາມ ສັນຍາ FTA 15 ສະບັບ, ໃນນັ້ນມີ 9 ສະບັບມີການເຂົ້າຮ່ວມຂອງທັງສອງປະເທດ ຫວຽດນາມ ແລະ ສິງກະໂປ ລວມມີ FTA ກັບ EU ແລະ ລາຊະອານາຈັກ ອັງກິດ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top