ເວທີປາໄສອະນາຄົດ ອາຊຽນ ດ້ວຍຫົວຂໍ້ “ພ້ອມກັນສ້າງອະນາຄົດລວມ: ສັນຕິພາບ, ວັດທະນາຖາວອນ, ຖືປະຊາຊົນເປັນໃຈກາງ” ໄດ້ອັດລົງພາຍຫຼັງການເຮັດວຽກເປັນເວລາ 2 ວັນຢູ່ ຮ່າໂນ້ຍ (ແຕ່ວັນທີ 09 – 10 ມິຖຸນາ).
ດ້ວຍການຈັດເວທີປາໄສບັນລຸຜົນສຳເລັດ, ຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ຊຸກຍູ້ການໂອ້ລົມສົນທະນາ, ສ້າງຄວາມເຫັນດີເຫັນພ້ອມ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງບັນດາຝ່າຍ. ທ່ານ Kao Kim Hourn, ເລຂາທິການໃຫຍ່ ອາຊຽນ ເນັ້ນໜັກວ່າ:
“ຫວຽດນາມ ໄດ້ລິເລີ່ມເວທີປາໄສອະນາຄົດ ອາຊຽນ ກ່ອນນີ້ 3 ປີ ແລະ ເປັນເຈົ້າພາບຈັດເວທີປາໄສປະຈຳປີ 3 ຄັ້ງລຽນຕິດ. ນີ້ແມ່ນການປະກອບາສ່ວນສຳຄັນຍິ່ງໃຫ້ແກ່ວິວັດການສ້າງປະຊາຄົມ ອາຊຽນ, ເມື່ອເຕົ້າໂຮມບັນດາການນຳ, ນັກວາງແຜນນະໂຍບາຍ, ນັກຊ່ຽວຊານ… ເພື່ອພ້ອມກັນປຶກສາຫາລືກ່ຽວກັບອະນາຄົດຂອງ ອາຊຽນ ກໍຄືຂອງພາກພື້ນ”.
ສ່ວນທ່ານນາງ Tiffany McDonald, ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ອາຊຽນ ສະແດງຄວາມປະທັບໃຈຕໍ່ວຽກງານຈັດຕັ້ງ ແລະ ຄຸນນະພາບບັນດາວາລະປຶກສາຫາລືທີ່ເວທີປາໄສຜ່ານແຕ່ລະປີວ່າ:
“ທີ່ພິທີໄຂ ເວທີປາໄສອະນາຄົດ ອາຊຽນ ປີ 2026 ໂດຍມີການເຂົ້າຮ່ວມຢ່າງໜ້ອຍສຸດຂອງການນຳ ອາຊຽນ 5 ທ່ານ ແລະ ລັດຖະມົນຕີການຕ່າງປະເທດຫຼາຍທ່ານ. ສິ່ງນັ້ນສະແດງໃຫ້ເຫັນຄຸນນະພາບຂອງການປຶກສາຫາລື ກໍຄືຂອບຂະໜາດຂອງບັນດາຜູ້ແທນເຂົ້າຮ່ວມເວທີປາໄສແມ່ນສູງທີ່ສຸດ. ພາຍໃຕ້ການນຳພາຂອງ ຫວຽດນາມ, ເວທີປາໄສໄດ້ສ້າງເປັນເຂດໜຶ່ງເພື່ອໃຫ້ບັນດາຜູ້ມີຄວາມສົນໃຈ ແລະ ປາດຖະໜາຢາກປະກອບສ່ວນໃຫ້ຜົນສຳເລັດຂອງ ອາຊຽນ ສາມາດພ້ອມກັນແລກປ່ຽນ, ແບ່ງປັນແນວຄວາມຄິດ ແລະ ສ້າງບັນດາຂໍ້ລິເລີ່ມໃຫ້ແກ່ອະນາຄົດ”.






