• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ​ພົບ​ປະ​ກັບ​ຜູ້​ແທນ 100 ຄົນ​ໃນ​ລາຍ​ການ “ວຽກ​ດີ​ຄົນ​ເດັ່ນ” ຂອງວິ​ທະ​ຍຸ​ໂທ​ລະ​ພາບ ຫວຽດ​ນາມ

“ຈົ່ງຖື​ເປັນ​ສຳ​ຄັນ​ມາດ​ຕະ​ຖານ​ຄວາມ​ເປັນ​ມະ​ນຸດ ຫວຽດ​ນາມ​ ໃນ​ສະ​ໄໝ​ໃໝ່ ແລະ ສະ​ພາບ​ແວດ​ລ້ອມ​ສັງ​ຄົມ​ທີ່ອວຍ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ວຽກ​ດີ​ຄົນ​ເດັ່ນ​ໄດ້​ຮັບ​ການ​ປົກ​ປ້ອງ ແລະ ແຜ່​ກະ​ຈາຍ​..."
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ຖ່າຍ​ຮູບ​ພ້ອມ​ກັບ​ບັນ​ດາ​ຜູ້​ແທນ (ພາບ: VOV)  

“ວຽກ​ດີ​ແຕ່​ລະ​ວຽກ​ ລ້ວນ​ແຕ່​ເຮັດ​ໃຫ້​ສັງ​ຄົມ​ອົບ​ອຸ່ນກວ່າ, ມີ​ຄວາມມະ​ນຸດ​ສ​ະ​ທຳກວ່າ”. ນີ້​ແມ່ນ​ຄຳ​ຢັ້ງ​ຢືນ​ຂອງ​ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ​ໃນ​ການ​ພົບ​ປະ​ກັບ​ຜູ້​ແທນ 100 ຄົນ​ໃນ​ລາຍ​ການ “ວຽກ​ດີ​ຄົນ​ເດັ່ນ” ຂອງ ​ໂທ​ລະ​ພາບແຫ່ງ​ຊາດ ຫວຽດ​ນາມ ທີ່​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 10 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 78 ປີ ແຫ່ງວັນ​ປະ​ທານ ໂຮ່​ຈີ​ມິນ ຮຽກ​ຮ້ອງ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ (ວັນ​ທີ 11 ມິ​ຖຸ​ນາ 1948 – 11 ມິ​ຖຸ​ນາ 2026). ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເນັ້ນ​ໜັກ​ວ່າ:

“ຈົ່ງຖື​ເປັນ​ສຳ​ຄັນ​ມາດ​ຕະ​ຖານ​ຄວາມ​ເປັນ​ມະ​ນຸດ ຫວຽດ​ນາມ​ ໃນ​ສະ​ໄໝ​ໃໝ່ ແລະ ສະ​ພາບ​ແວດ​ລ້ອມ​ສັງ​ຄົມ​ທີ່ອວຍ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ວຽກ​ດີ​ຄົນ​ເດັ່ນ​ໄດ້​ຮັບ​ການ​ປົກ​ປ້ອງ ແລະ ແຜ່​ກະ​ຈາຍ​. ພວກ​ເຮົາ​ຕ້ອງ​ການ​ບຸກ​ຄົນ​ທີ່​ມີ​ນ້ຳ​ໃຈ​ຮັກ​ຊາດ, ມີ​ຈັນ​ຍາ​ບັນ, ມີ​ພູມ​ປັນ​ຍາ, ເມດ​ຕາ​ປາ​ນີ, ສັດ​ຊື່​ບໍ​ລິ​ສຸດ, ມີ​ຄວາມ​ຮັບ​ຜິດ​ຊອບ, ມີ​ລະ​ບຽບ​ວິ​ໄນ​, ປະ​ດິດ​ຄິດ​ສ້າງ ແລະ ມີ​ຄວາມ​ຄາດ​ຫວັງ​ບືນ​ຕ​ົວ​ຂຶ້ນ. ພ້ອມ​ດຽວ​ກັນ​ນັ້ນ, ຕ້ອງ​ມີ​ການ​ຮັບ​ຮູ້​, ຍ້ອງ​ຍໍ​ຊົມ​ເຊີຍ​ຢ່າງ​ທັນ​ການ ແລະ ສົມ​ຄວນ, ປົກ​ປ້ອງ​ບັນ​ດາ​ການ​ກະ​ທຳ​ທີ່​ກ້າ​ຫານ, ມະ​ນຸດ​ສະ​ທຳ, ເພື່ອ​ຜົນ​ປະ​ໂຫຍດ​ລວມ; ປັບ​ໄໝ​ບັນ​ດາ​ກໍ​ລະ​ນີທີ່​ສວຍ​ໃຊ້​ຜູ້​ໃຈ​ດີ, ສະ​ແຫວງ​ຫາ​ກຳ​ໄລ​ຈາກ​ການ​ກຸ​ສົນ ຫຼື ແອບ​ອ້າງ​ຄວາມ​ເມດ​ຕາ​ປາ​ນີ, ເຮັດ​ໃຫ້ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ສັງ​ຄົມ​ຖືກ​ເສື່ອມ​ຖອຍ​ໄປ”.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຮຽກ​ຮ້ອງ​ໃຫ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ສື່ມ​ວນ​ຊົນ, ການ​ສື່​ສານ, ວັ​ນ​ນະ​ຄະ​ດີ​ສິ​ລະ​ປະ, ການ​ສຶກ​ສາ ແລະ ບັນ​ດາ​ແອັບ​ດີ​ຈີ​ຕອນ​ໃນ​ການ​ແຜ່​ກະ​ຈາຍ​ຄຸນ​ຄ່າ​ທີ່​ຕັ້ງ​ໜ້າ​ຢ່າງ​ແຮງ.

(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນ​ຫຼວງ ປີ 2026 ເປີດ​ທາງ​ໃຫ້​ແກ່​ຮູບ​ແບບ​ການ​ພັດ​ທະ​ນາ​ໃໝ່​ຂອງ ຮ່າ​ໂນ້ຍ

ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນ​ຫຼວງ ປີ 2026 ເປີດ​ທາງ​ໃຫ້​ແກ່​ຮູບ​ແບບ​ການ​ພັດ​ທະ​ນາ​ໃໝ່​ຂອງ ຮ່າ​ໂນ້ຍ

ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ​ຜັນ​ຂະ​ຫຍາຍ​ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນຫຼວງ ປີ 2026 ໄດ້​ເປີດ​ພື້ນ​ທີ່​ພັດ​ທະ​ນາ​ໃໝ່, ສ້າງ​ພື້ນ​ຖານ​ໃຫ້​ແກ່​ຮູບ​ແບບ​ບໍ​ລິ​ຫານ​ຕົວ​ເມືອງ​ທັນ​ສະ​ໄໝ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ຂອງ​ນະ​ຄອນຫຼວງ​ໃນ​ໄລ​ຍະ​ຍາວ.

Top