ຂ່າວສານ

ຫວຽດນາມ ສະແດງໃຫ້ເຫັນບົດບາດເຊື່ອມຕໍ່ຜ່ານເວທີປາໄສອະນາຄົດ ອາຊຽນ

ເວທີປາໄສອະນາຄົດ ອາຊຽນ ດ້ວຍຫົວຂໍ້ “ພ້ອມກັນສ້າງອະນາຄົດລວມ: ສັນຕິພາບ, ວັດທະນາຖາວອນ, ຖືປະຊາຊົນເປັນໃຈກາງ” ໄດ້ອັດລົງພາຍຫຼັງການເຮັດວຽກເປັນເວລາ 2 ວັນຢູ່ ຮ່າໂນ້ຍ (ແຕ່ວັນທີ 09 – 10 ມິຖຸນາ).
(ທ່ານ Kao Kim Hourn, ເລຂາທິການໃຫຍ່ ອາຊຽນ, ຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນ ຫວຽດ​ນາມ)

​ເວ​ທີ​ປາ​ໄສອະ​ນາ​ຄົດ ອາ​ຊຽນ ດ້ວຍ​ຫົວ​ຂໍ້ “ພ້ອມ​ກັນ​ສ້າງ​ອະ​ນາ​ຄົດ​ລວມ: ສັນ​ຕິ​ພາບ, ວັດ​ທະ​ນາ​ຖາ​ວອນ, ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ” ໄດ້​ອັດ​ລົງ​ພາຍ​ຫຼັງ​ການ​ເຮັດ​ວຽກ​ເປັນ​ເວ​ລາ 2 ວັນ​ຢູ່ ຮ່າ​ໂນ້ຍ (ແຕ່​ວັນ​ທີ 09 – 10 ມິ​ຖຸ​ນາ).

ດ້ວຍ​ການ​​ຈັດ​ເວ​ທີ​ປາ​ໄສ​ບັນ​ລຸ​ຜົນ​ສຳ​ເລັດ, ຫວຽດ​ນາມ ສືບ​ຕໍ່ເສີມ​ຂະ​ຫຍາຍບົດ​ບາດ​ເປັນ​ຂົ​ວ​ຕໍ່​ຊຸກ​ຍູ້​ການ​ໂອ້​ລົມ​ສົນ​ທະ​ນາ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ແລະ ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນ​ດາ​ຝ່າຍ. ທ່ານ Kao Kim Hourn, ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ເນັ້ນ​ໜັກ​ວ່າ:

“ຫວຽດ​ນາມ ໄດ້​ລິ​ເລ​ີ່ມ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ ກ່ອນນີ້ 3 ປີ ແລະ ເປັນ​ເຈົ້າ​ພາບ​ຈັດ​ເວ​ທີ​ປາ​ໄສ​ປະ​ຈຳ​ປີ 3 ຄັ້ງ​ລຽນ​ຕິດ. ນີ້​ແມ່ນ​ການ​ປະ​ກອ​ບາ​ສ່ວນ​ສຳ​ຄັນ​ຍິ່ງ​ໃຫ້​ແກ່​ວິ​ວັດ​ການ​ສ້າງ​ປະ​ຊາ​ຄົມ​ ອາ​ຊຽນ, ເມື່ອ​ເຕົ້າ​ໂຮມ​ບັນ​ດາ​ການ​ນຳ, ນັກ​ວາງ​ແຜນ​ນະ​ໂຍ​ບາຍ, ນັກ​ຊ່ຽວ​ຊານ… ເພື່ອ​ພ້ອມ​ກັນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ ອາ​ຊຽນ ກໍ​ຄື​ຂອງ​ພາກ​ພື້ນ”.

ສ່ວນ​ທ່ານ​ນາງ Tiffany McDonald, ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ອົດ​ສະ​ຕາ​ລີ ປ​ະ​ຈຳ ​ອາ​ຊຽນ ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່ວຽກ​ງານ​ຈ​ັດ​ຕັ້ງ ແລະ ຄຸນ​ນະ​ພາບ​ບັນ​ດາ​ວາ​ລະ​ປຶກ​ສາ​ຫາ​ລື​ທີ່​ເວ​ທີ​ປາ​ໄສ​ຜ່ານ​ແຕ່​ລະ​ປີ​ວ່າ:

“ທີ່​ພິ​ທີ​ໄຂ ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ ປີ 2026 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ໜ້ອຍ​ສຸດ​ຂອງ​ການ​ນຳ ອາ​ຊຽນ 5 ທ່ານ ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫຼາຍ​ທ່ານ. ສິ່ງນັ້ນ​ສະ​ແດງ​ໃຫ້​ເຫັນ​ຄຸນ​ນະ​ພາບ​ຂອງ​ການ​ປຶກ​ສາ​ຫາ​ລື ກໍ​ຄື​ຂອບ​ຂະ​ໜາດ​ຂອງ​ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ແມ່ນ​ສູງ​ທີ່​ສຸດ. ພາຍ​ໃຕ້​ການ​ນຳ​ພາ​ຂອງ ຫວຽດ​ນາມ, ເວ​ທີ​ປາ​ໄສ​ໄດ້​ສ້າງ​​ເປັນເຂດ​ໜຶ່ງ​ເພື່ອ​ໃຫ້​ບັນ​ດາ​ຜູ້​ມີ​ຄວາມ​ສົນ​ໃຈ ແລະ ປາດ​ຖະ​ໜາ​ຢາກ​ປະ​ກອບ​ສ່ວນ​ໃຫ້​ຜົນ​ສຳ​ເລັດ​ຂອງ ອາ​ຊຽນ ສາ​ມາດ​ພ້ອມ​ກັນ​ແລກ​ປ່ຽນ, ແບ່ງ​ປັນ​ແນວ​ຄວາມ​ຄິດ ແລະ ສ້າງ​ບັນ​ດາ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ”.


top