• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ລາວ ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນໃນວຽກງານໂຄສະນາສຶກສາ

ທ່ານ ຫງວຽນຈ້ອງ ເງັຍ ແລະ ທ່ານ ຄຳພັນ ເຜີຍຍະວົງ ເຫັນດີຕ້ອງສືບຕໍ່ເອົາໃຈໃສ່ເຖິງວຽກງານກໍ່ສ້າງພັກ, ນັບທັງດ້ານການເມືອງ, ແນວຄິດ ແລະ ຄຸນສົມບັດ, ວຽກງານພະນັກງານ, ສຸມໃສ່ສຶກສາການເມືອງ ແນວຄິດ, ການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້.
  ທີ່ການພົບປະເຈລະຈາ  

ຕອນເຊົ້າວັນທີ 12 ທັນວາ, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນຈ້ອງເງັຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ດຳເນີນການພົບປະເຈລະຈາກັບທ່ານ ຄຳພັນ ເຜີຍຍະວົງ, ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກປະຊາຊົນປະຕິວັດ ລາວ.

ທີ່ການພົບປະເຈລະຈາ, ທ່ານ ຫງວຽນຈ້ອງ ເງັຍ ແລະ ທ່ານ ຄຳພັນ ເຜີຍຍະວົງ ເຫັນດີຕ້ອງສືບຕໍ່ເອົາໃຈໃສ່ເຖິງວຽກງານກໍ່ສ້າງພັກ, ນັບທັງດ້ານການເມືອງ, ແນວຄິດ  ແລະ ຄຸນສົມບັດ, ວຽກງານພະນັກງານ, ສຸມໃສ່ສຶກສາການເມືອງ ແນວຄິດ, ການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້. 2 ຝ່າຍໄດ້ແລກປ່ຽນ, ແບ່ງປັນບົດຮຽນ, ເອກະສານໂຄສະນາກ່ຽວກັບສາຍພົວພັນລະຫວ່າງ 2 ປະເທດພາຍໃຕ້ຫຼາຍຮູບແບບ; ສືບຕໍ່ເພີ່ມເຕີມອັບເດັດປື້ມປະຫວັດສາດການພົວພັນ ຫວຽດນາມ - ລາວ, ມຸ່ງໄປເຖິງການຂໍ່ຳນັບຕ້ອນຮັບປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2027.

 ໃນຂອບເຂດການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 11 – 14 ທັນວາ, ທ່ານ ຄຳພັນ ເຜີຍຍະວົງ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ; ເຂົ້າຮ່ວມພິທີສະຫຼຸບ, ມອບລາງວັນຊອກຫາປະຫວັດສາດການພົວພັນ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022; ໄປຢ້ຽມຢາມ ແລະ ເຮັດວຽກກັບບາງອົງການ, ກະຊວງ, ຂະແໜງການຂອງ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top