• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນວຽກງານສື່ມວນຊົນ

      ຕອນເຊົ້າວັນທີ 17 ສິງຫາ ຢູ່ນະຄອນຫຼວງວຽງຈັນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ພ້ອມດ້ວຍຜູ້ຕາງໜ້າບັນດາອົງການສື່ມວນຊົນ ຫວຽດນາມ ປະຈຳ ລາວ ໄດ້ເຂົ້າອວຍພອນສະມາຄົມນັກຂ່າວ ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນ ລາວ ຄົບຮອບ 71 ປີ (13/08/1950 – 13/08/2021).
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ພ້ອມດ້ວຍຜູ້ຕາງໜ້າບັນດາອົງການສື່ມວນຊົນ ຫວຽດນາມ ປະຈຳ ລາວ ອວຍພອນສະມາຄົມນັກຂ່າວ ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນ ລາວ ຄົບຮອບ 71 ປີ (ພາບ: VOV)
      ໂດຍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການປະກອບສ່ວນຢ່າງໃຫຍ່ຫຼວງຂອງບັນດາອົງການສື່ມວນຊົນລາວ ໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະ ພັດທະນາປະເທດ ລາວ ໃນຕະຫຼອດໄລຍະ 71 ປີ ຜ່ານມາ, ທ່ານເອກອັກຄະລັດຖະທູດ ຫງວຽນບ໋າຮຸ່ງ ໄດ້ຢັ້ງຢືນວ່າ ໃນໄລຍະກວ່າ 7 ທົດສະວັດຜ່ານມາ, ສື່ມວນຊົນລາວ ບໍ່ພຽງແຕ່ປະຕິບັດວຽກງານໂຄສະນາ, ເຜີຍແຜ່ບັນດາແນວທາງ, ແຜນນະໂຍບາຍຂອງພັກ, ລັດ ລາວ ສູ່ປະຊາຊົນ ແລະ ເພື່ອນມິດສາກົນໄດ້ເປັນຢ່າງດີເທົ່ານັ້ນ, ຫາກຍັງມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ ແລະ ລາວ - ຫວຽດນາມ ອີກດ້ວຍ.
        ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ປາດຖະໜາວ່າ ບັນດາອົງການສື່ມວນຊົນຂອງ ລາວ ແລະ ຫວຽດນາມ ຈະສືບຕໍ່ຍູ້ແຮງການໂຄສະນາ, ເຜີຍແຜ່ກ່ຽວກັບສາຍພົວພັນລະຫວ່າງສອງປະເທດ; ສືບຕໍ່ຮ່ວມມື ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາອົງການສື່ມວນຊົນຫວຽດນາມ ປະຈຳ ລາວ; ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ກໍຈະໃຫ້ການໜູນຊ່ວຍສູງສຸດ ໃຫ້ແກ່ບັນດາອົງການສື່ມວນຊົນ ລາວ ເພື່ອນັບມື້ນັບພັດທະນາ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top