• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມີລາຍຮັບຈາກແຂກທ່ອງທ່ຽວໃນ 6 ເດືອນຕົ້ນປີ 2026 ໄດ້ 9 ຕື້ USD

ດ້ວຍໝາກຜົນດັ່ງກ່າວ, ຂະແໜງທ່ອງທ່ຽວ ຫວຽດນາມ ໄດ້ປະຕິບັດສຳເລັດເກືອບ 50% ເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວສາກົນ 25 ລ້ານເທື່ອຄົນໃນປີນີ້.
  (ພາບປະກອບ: VNA)  

ຕາ​ມ​ຕົວ​ເລກ​ຂອງ​ກົມ​ສະ​ຖ​ິ​ຕິ (ກະ​ຊວງ​ການ​ເງິນ ຫວຽດ​ນາມ) ທີ່​ຫາກໍ່​ປະ​ກາດ​ແລ້ວ, ໃນ​ເດືອນ ມິ​ຖຸ​ນາ 2026 ຫວຽດ​ນາມ ໄດ້​ຕ້​ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ປະ​ມານ 1,7 ລ້ານ​ເທື່ອ​ຄົນ. ໄລ່​ລວມ 6 ເດືອນ​ຂອງ​ປີ 2026, ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ບັນ​ລຸ​ເກືອບ 12,3 ລ້ານ​ເທື່ອ​ຄົນ, ມີລາຍຮັບ​ກວ່າ 9 ຕື້ USD. ດ້ວຍ​ໝາກ​ຜົນ​ດັ່ງ​ກ່າວ, ຂ​ະ​ແໜງ​ທ່ອງ​ທ່ຽວ ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ສຳ​ເລັດ​ເກືອບ 50% ເປົ້າ​ໝາຍ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 25 ລ້ານ​ເທື່ອ​ຄົນ​ໃນ​ປີນີ້.

ກ່ຽວ​ກັບ​ຂອບ​ຂະ​ໜາດ​ຕະ​ຫຼາດ, ໃນ 6 ເດືອນ​ຕົ້ນ​ປີ 2026, ຈີນ, ສ.ເກົາ​ຫຼີ ສືບ​ຕໍ່​ແມ່ນ​ຕະ​ຫຼາດ​ມີ​ແຂກ​ທ່ອງ​ທ່ຽວ​ມາ​​ຫຼາຍ​ທີ່​ສຸດ, ກວມ​ເອົາ​ປະ​ມານ 40% ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ ຫວຽດ​ນາມ. ຖັດ​ຈາກນັ້ນ​ແມ່ນຕະ​ຫຼາດ ລັດ​ເຊຍ, ໄຕ້​ຫວັນ (ຈີນ), ອ​າ​ເມ​ລິ​ກາ, ຍີ່​ປຸ່ນ…

ທາງ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຫວຽດ​ນາມ ໃຫ້​ຮູ້​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽ​ວ​ໃຫ້​ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ ແລະ ມຸ່ງ​ໄປ​ເຖິງ​ແຂກ​ທ່ອງ​ທ່ຽວທີ່​ມີ​ລາຍ​ຈ່າຍ​ສູງ ແລະ ພັກ​ເຊົ່າ​ດົນ.

(ແຫຼ່ງຄັດຈາກ VOV)

ເມັກຊີໂກ ເພີ່ມທະວີການປ້ອງກັນຄວາມສະຫງົບກ່ອນນັດແຂ່ງຂັນພົບກັບ ອັງກິດ ທີ່ World Cup 2026

ເມັກຊີໂກ ເພີ່ມທະວີການປ້ອງກັນຄວາມສະຫງົບກ່ອນນັດແຂ່ງຂັນພົບກັບ ອັງກິດ ທີ່ World Cup 2026

ອຳນາດການປົກຄອງ ເມັກຊີໂກ ພວມຜັນຂະຫຍາຍຫຼາຍມາດຕະການເພື່ອຮັບປະກັນຄວາມສະຫງົບກ່ອນນັດແຂ່ງຂັນລະຫວ່າງທິມບານເຕະປະເທດນີ້ ກັບທິມບານເຕະ ອັງກິດ ຮອບ 1/8 World Cup 2026

Top