• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມານະພະຍາຍາມປົກປ້ອງ ແລະ ຊຸກຍູ້ສິດຂອງປະຊາຊົນແຕ່ລະຄົນ

      ຫວຽດນາມ ຈະມານະພະຍາຍາມສ້າງລັດແຫ່ງອໍານາດນິຕິບັນຍັດໃຫ້ສົມບູນແບບ, ປັບປຸງພື້ນຖານນິຕິກໍາ ແລະ ນະໂຍບາຍທີ່ກ່ຽວຂ້ອງເຖິງການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ.
            ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນປະກາດຖະແຫຼງການສິດທິມະນຸດໂລກ (ວັນທີ 10 ທັນວາ 1948 – 10 ທັນວາ 2018), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິງມິນ ມີບົດຂຽນ ທີ່ມີຫົວຂໍ້ວ່າ “ຫວຽດນາມ ມານະພະຍາຍາມປົກປ້ອງ ແລະ ຊຸກຍູ້ສິດຂອງປະຊາຊົນແຕ່ລະຄົນ, ປະກອບສ່ວນເຂົ້າໃນບັນດາຄຸນຄ່າລວມຂອງມວນມະນຸດ ກ່ຽວກັບສິດທິມະນຸດ”.
        ບົດຂຽນດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ຫວຽດນາມຍາມໃດກໍມານະພະຍາຍາມປະກອບສ່່ວນຢ່່າງຕັ້ງໜ້າເຂົ້າຄຸນຄ່າລວມ, ຕັ້ງໜ້າ ແລະ ກ້າວໜ້າຂອງມວນມະນຸດກ່ຽວກັບສິດທິມະນຸດ. ຫວຽດນາມ ຕັ້ງໜ້າເຂົ້າຮ່ວມບັນດາເວທີປາໄສທີ່ກ່ຽວຂ້ອງເຖິງສິດທິມະນຸດຂອງ ສປຊ, ອາຊຽນ ແລະ ບັນດາກົນໄກອື່ນ. ບົດຂຽນໄດ້ຊີ້ແຈ້ງວ່າ, ໄລຍະຈະມາເຖິງ ເພື່ອຮັບປະກັນສິດຂອງປະຊາຊົນແຕ່ລະຄົນ, ຫວຽດນາມ ຈະມານະພະຍາຍາມສ້າງລັດແຫ່ງອໍານາດນິຕິບັນຍັດໃຫ້ສົມບູນແບບ, ປັບປຸງພື້ນຖານນິຕິກໍາ ແລະ ນະໂຍບາຍທີ່ກ່ຽວຂ້ອງເຖິງການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ. ໃນນັ້ນ, ຫວຽດນາມ ຈະສືບຕໍ່ຍູ້ແຮງການປະຕິບັດ “ລັດຖະບານແຫ່ງການສ້າງສາເພື່ອປະຊາຊົນ”, ປະຕິຮູບການບໍລິຫານ ແລະ ຍົກສູງຄຸນນະພາບການບໍລິການສາທາລະນະ, ສະກັດກັ້ນໄພອາດຍາສິດ, ສໍ້ລາດບັງຫຼວງ, ເສີມຂະຫຍາຍລັກສະນະປະຊາທິປະໄຕ ແລະ ຍົກສູງປະສິດທິພາບຂອງກົງຈັກລັດ.  ຫວຽດນາມຈະສືບຕໍ່ສະໜັບສະໜູນການເຈລະຈາ ແລະ ຮ່ວມມືໃນບັນດາຂົງເຂດທີ່ກ່ຽວຂ້ອງເຖິງສິດທິມະນຸດ, ພ້ອມກັບບັນດາປະເທດໃນໂລກ ປະກອບສ່ວນ ແລະ ສ້າງຄວາມຮັ່ງມີໃຫ້ແກ່ບັນດາຄຸນຄຸ່ຂອງມວນມະນຸດກ່ຽວກັບສິດທິມະນຸດ ແລະ ເນື້ອໃນຈິດໃຈຂອງຖະແຫຼງການກ່ຽວກັບສິດທິມະນຸດສາກົນມີຊີວິດຊີວາກວ່າໃນສະຕະວັດ 21.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top