• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ພ້ອມແລ້ວທີ່ຈະຈັດຕັ້ງກອງປະຊຸມ GMS6 ແລະ CLV 10

      ຕອນເຊົ້າວັນທີ 07 ມີນາ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກໄດ້ເປັນປະທານກອງປະຊຸມກ່ຽວກັບວຽກງານກະກຽມໃຫ້ກອງປະຊຸມສຸດຍອດຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງຄັ້ງທີ 6 (GMS6) ແລະ ກອງປະຊຸມສຸດຍອດຮ່ວມມືເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 10 (CLV 10) ຊຶ່ງຈະຈັດຕັ້ງແຕ່ວັນທີ 29 – 31 ມີນາ 2018 ຢູ່ ຮ່າໂນ້ຍ.
         ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ພາຍຫລັງຜົນສຳເລັດຂອງກອງປະຊຸມ APEC 2017, ນີ້ແມ່ນໜຶ່ງໃນບັນດາເຫດການຫລາຍຝ່າຍໃຫຍ່ສຸດ ທີ່ໄດ້ຈັດຕັ້ງຢູ່ ຫວຽດນາມ ໃນປີ 2018. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ນຳວຽກງານກະກຽມທັງດ້ານເນື້ອໃນ ແລະ ທັງວຽກງານຮັບໃຊ້, ພິທີຕ້ອນຮັບ ບໍ່ຄວນຖືເບົາ, ຕ້ອງລະມັດລະວັງ ຮັບປະກັນການຈັດຕັ້ງບັນດາກອງປະຊຸມສຳຄັນນີ້ຢ່າງສຳເລັດຜົນ ແລະ ຢັ້ງຢືນທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງນັບມື້ນັບສູງຂອງ ຫວຽດນາມ ໃນພາກພື້ນ.
 (ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top