• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ພ້ອມແລ້ວຈະສົມທົບກັບ ອາເມລິກາ ຈັດປີ APEC 2023 ໃຫ້ບັນລຸຜົນສຳເລັດ

ທ່ານ ບຸຍແທັງເຊີນ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນດ້ານການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນພະລັງງານ
  ທ່ານ ບຸຍແທັງເຊີນ, ລັດຖະມົນຕີການຕ່າງປະເທດຕ້ອນຮັບທ່ານນາງ Katherine Tai, ຜູ້ຕາງໜ້າດ້ານການຄ້າ ອາເມລິກາ (ພາບ: ກະຊວງການຕ່າງປະເທດ)  

ວັນທີ 13 ກຸມພາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານນາງ Katherine Tai, ຜູ້ຕາງໜ້າດ້ານການຄ້າ ອາເມລິກາ, ທ່ານ ບຸຍແທັງເຊີນ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນດ້ານການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນພະລັງງານ, ຫັນເປັນດີຈີຕອນ ແລະ ການເຕີບໂຕສີຂຽວ; ສະເໜີໃຫ້ ອາເມລິກາ ຫັນບັນດາຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ແລະ ບັນດາປະເທດຜັນຂະຫຍາຍຂໍ້ຕົກລົງສາກົນກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ປະກົດຜົນເປັນຈິງ, ໃນນັ້ນ, ມີຖະແຫຼງການກ່ຽວກັບຄູ່ຮ່ວມມືຫັນປ່ຽນພະລັງງານດ້ວຍຄວາມຍຸຕິທຳ. ທ່ານລັດຖະມົນຕີ ບຸຍແທັງເຊີນ ກໍ່ຢືນຢັນເລື່ອງ ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບ ອາເມລິກາ ເພື່ອຈັດປີ APEC 2023 ໃຫ້ບັນລຸຜົນສຳເລັດ.

ສ່ວນທ່ານນາງ Katherine Tai, ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນຂອງເລື່ອງຊຸກຍູ້ການຄ້າເສລີ, ເປີດກວ້າງ, ຍຸຕິທຳ, ໂດຍອີງໃສ່ກົດໝາຍສາກົນ ແລະ ເພີ່ມມະວີການເຕີບໂຕແບບຍືນຍົງ, ກວມລວມຢູ່ພາກພື້ນ, ໃນນັ້ນ, ບັນດາປະເທດ ອາຊຽນ ສວມບົດບາດໃຈກາງ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top