ໃນວັນທີ 27-28 ຕຸລາ, ຢູ່ສຳນັກງານສະຫະປະຊາຊາດ ທີ່ ນິວຢອກ (ອາເມລິກາ), ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 81 ໄດ້ດຳເນີນວາລະປຶກສາຫາລືປະຈຳປີພາຍໃຕ້ຫົວຂໍ້ "ຄວາມຈຳເປັນຕ້ອງຢຸດຕິຄຳສັ່ງຂວ້ຳບາດດ້ານເສດຖະກິດ, ການຄ້າ ແລະ ການເງິນຂອງ ອາເມລິກາ ສຳລັບ ກຸຍບາ".
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານອັກຄະລັດຖະທູດ ຫງວຽນຫາຍລືວ ຮອງຫົວໜ້າຄະນະຜູ້ຕາງໜ້າຖາວອນ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຢືນຢັນຄືນໃໝ່ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການສະໜັບສະໜູນການຢຸດຕິບັນດາມາດຕະການຄຳສັ່ງຂວ້ຳບາດເສດຖະກິດ, ການຄ້າ ແລະ ການເງິນຂອງ ອາເມລິກາ ຕໍ່ກັບ ກຸຍບາ ໃນທັນທີ, ຄົບຊຸດ ແລະ ບໍ່ມີເງື່ອນໄຂ, ລວມມີ ມາດຕະການທີ່ມີຜົນກະທົບນອກຜືນແຜ່ນດິນ. ຜູ້ຕາງໜ້າ ຫວຽດນາມ ກໍ່ໄດ້ຮຽກຮ້ອງໃຫ້ມີຄວາມເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນແດນອັນຄົບຖ້ວນ, ເອກະລາດດ້ານການເມືອງ, ສິດຕັດສິນດ້ວຍຕົນເອງ ແລະ ສິດໄດ້ເລືອກເສັ້ນທາງພັດທະນາຂອງປະຊາຊົນ ກຸຍບາ, ໂດຍບໍ່ມີການແຊກແຊງ ຫຼື ການບັງຄັບຈາກພາຍນອກ; ພ້ອມກັນນັ້ນ ກໍ່ຢືນຢັນວ່າ ທຸກໆຄວາມບໍ່ລົງລອຍກັນຕ້ອງໄດ້ຮັບການແກ້ໄຂໂດຍຜ່ານການເຈລະຈາ ແລະ ບັນດາມາດຕະການ ທາງການທູດໂດຍສັນຕິວິທີ, ບົນພື້ນຖານເຄົາລົບເຊິ່ງກັນແລະກັນ, ສອດຄ່ອງກັບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ.






