• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປາດຖະໜາຢາກຮຽນຮູ້ບັນດາບົດຮຽນປະສົບການຂອງ ອິດສະຣາແອນ ໃນການບຳລຸງກໍ່ສ້າງຜູ້ທີ່ເກັ່ງກ້າສາມາດ

ຕອນບ່າຍວັນທີ 17 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານອະດີດນາຍົກລັດຖະມົນຕີ ອິດສະຣາແອນ Ehud Barak ທີ່ພວມຢ້ຽມຢາມຫວຽດນາມ.
  ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານອະດີດນາຍົກລັດຖະມົນຕີ ອິດສະຣາແອນ Ehud Barak  

ທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວນຟຸກ ຖືວ່າ: ຫວຽດນາມ ປາດຖະໜາຢາກຮ່ວມມືກັບ ອິດສະຣາແອນ ໃນບັນດາຂົງເຂດທີ່ມີທ່າແຮງຄື: ນະວັດຕະກຳ, ວິທະຍາສາດເຕັກໂນໂລຢີ, ພະລັງງານທົດແທນ.... ໃນໄລຍະທີ່ຈະເຖິງ, 2 ຝ່າຍສືບຕໍ່ແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ,  ສະຫນັບສະຫນູນເຊິ່ງກັນແລະກັນໃນເວທີປາໄສ ແລະອົງການຈັດຕັ້ງ ສາກົນ; ຍູ້ແຮງການຮ່ວມມືດ້ານການຄ້າ.

ສ່ວນທ່ານ Ehud Barak ໄດ້ແບ່ງປັນກ່ຽວກັບຂໍກຸນແຈພາໄປເຖິງຜົນ ສຳເລັດຂອງ ອິດສະຣາແອນ, ໃນນັ້ນ ການສຶກສາແມ່ນຂົງເຂດບຸລິມະສິດພິເສດ ຂອງປະເທດນີ້ ແລະ ມີນະໂຍບາຍແກ່ຜູ້ເກັ່ງກ້າສາມາດ.. ກ່ຽວກັບການຮ່ວມມືໃນໄລຍະຈະມາເຖິງ, ທ່ານອະດີດນາຍົກລັດຖະມົນຕີ Ehud Barak ໃຫ້ຮູ້ວ່າ ອິດສະຣາແອນ ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ ເພື່ອຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງ 2 ປະເທດໃນປີ 2023 (1993 – 2023).

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top