• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປະກອບສ່ວນເຂົ້າໃນບັນດາຂໍ້ຕົກລົງທີ່ສຳຄັນຂອງ Unesco

ສອງອາທິດຕົ້ນເດືອນ ເມສາ ປີ 2022 ຢູ່ ປາຣີ ປະເທດ ຝລັ່ງ ໄດ້ດຳເນີນຄົບຄະນະ ຂອງສະພາບໍລິຫານງານ ຄັ້ງທີ 214 ຂອງ Unesco ເຊິ່ງມີການເຂົ້າຮ່ວມຂອງ 58 ປະເທດພາຄີ. ນີ້ແມ່ນກອງປະຊຸມ ຄັ້ງທຳອິດຂອງສະພາບໍລິຫານງານ ອາຍຸການ 2021 – 2025 ເຊິ່ງ ຫວຽດນາມ ແມ່ນປະເທດສະມາຊິກ ແນໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ສຳຄັນ ມີລັກສະນະກຳນົດທິດຂອງ Unesco ໃນໄລຍະທີ່ຈະມາເຖິງ.

ສອງອາທິດຕົ້ນເດືອນ ເມສາ ປີ 2022 ຢູ່ ປາຣີ ປະເທດ ຝລັ່ງ ໄດ້ດຳເນີນຄົບຄະນະ ຂອງສະພາບໍລິຫານງານ ຄັ້ງທີ 214 ຂອງ Unesco ເຊິ່ງມີການເຂົ້າຮ່ວມຂອງ 58 ປະເທດພາຄີ. ນີ້ແມ່ນກອງປະຊຸມ ຄັ້ງທຳອິດຂອງສະພາບໍລິຫານງານ ອາຍຸການ 2021 – 2025 ເຊິ່ງ ຫວຽດນາມ ແມ່ນປະເທດສະມາຊິກ ແນໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ສຳຄັນ ມີລັກສະນະກຳນົດທິດຂອງ Unesco ໃນໄລຍະທີ່ຈະມາເຖິງ.

    

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທັງເຊີນ

ກອງປະຊຸມຄົບຄະນະແມ່ນມີຄວາມໝາຍສຳຄັນໃນສະພາບການສົ່ງຜົນກະທົບຂອງບັນດາບັນຫາໃນໂລກ, ໂລກລະບາດໂຄວິດ - 19 ແລະ ບັນດາການໃຊ້ຄວາມຮຸນແຮງ, ການປະທະກັນດ້ວຍອາວຸດ ບໍ່ພຽງແຕ່ສົ່ງຜົນສະທ້ອນຕໍ່ການພັດທະນາເສດຖະກິດ ເຮັດໃຫ້ຄວາມບໍ່ຍຸດຕິທຳເພີ່ມທະວີ,  ລົບລ້າງຜົນງານການພັດທະນາຂອງມວນມະນຸດເທົ່ານັ້ນ  ຫາກຍັງເປັນການນາບຂູ່ຕໍ່ສັນຕິພາບຄວາມໝັ້ນຄົງ ແລະ ການພັດທະນາຂອງໂລກອີກດ້ວຍ.

        ພ້ອມກັບບັນດາປະເທດ, ຫວຽດນາມ ໄດ້ປຶກສາຫາລືບັນດາມາດຕະການລະອຽດ ເພື່ອຜັນຂະຫຍາຍຍຸດທະສາດ ໄລຍະກາງ 2022 – 2029, ໂຄງການ ແລະ ແຜນງົບປະມານໄລຍະ 2022- 2025, ບັນດາຂໍ້ລິເລີ່ມໃນໂລກຄື  ອະນາຄົດຂອງການສຶກສາ, ຄຸນສົມບັດໃນປັນຍາທຽມ ແລະ ວິທະຍາສາດເປີດ, ຄວາມມານະພະຍາຍາມເພີ່ມທະວີການຮ່ວມມືຫຼາຍຝ່າຍ, ການຮັບມືກັບສິ່ງທ້າທາຍທົ່ວໂລກ ເພື່ອການຟື້ນຟູ ແລະ ພັດທະນາແບບຍືນຍົງ ໃນໄລຍະພາຍຫຼັງໂລກລະບາດໂຄວິດ - 19. ຫວຽດນາມ ສະໜັບສະໜູນຂໍ້ລິເລີ່ມ "ເສັ້ນທາງກ້າວໄປເຖິງສັນຕິພາບ: ການສົນທະນາ ແລະ ກະທຳ ເພື່ອຄວາມໂອບເອື້ອອາລີ ແລະ ຄວາມເຂົ້າໃຈລະຫວ່າງວັດທະນະທຳ” ແລະ “Unesco ແລະ ມະຫາສະໝຸດ”.

      ທີ່ກອງປະຊຸມຄັ້ງນີ້ ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຮ້ຽວ ໄດ້ເນັ້ນໜັກເຖິງບັນດາການປະກອບສ່ວນຂອງ ຫວຽເນາມ ເຊິ່ງສະແດງໃຫ້ເຫັນການຖືເປັນສຳຄັນການຮ່ວມມືຫຼາຍຝ່າຍ ເວົ້າລວມ ແລະ ບົດບາດຂອງ Unesco ເວົ້າສະເພາະ; ໃຫ້ຄຳໝັ້ນສັນຍາ ຫວຽດນາມ ຈະປະກອບສ່ວນຢ່າງຕັ້ງໜ້າ ເປັນເຈົ້າການຫຼາຍກວ່າໃຫ້ແກ່ Unesco  ດ້ວຍຖານະແມ່ນສະມາຊິກສະພາບໍລິຫານງານ ອາຍຸການ 2022 – 2025.

     ເປັນໜ້າສົນໃຈ ແມ່ນບັນດາຂໍ້ສະເໜີຂອງ ຫວຽດນາມ ກ່ຽວກັບການ ຊຸກຍູ້ວັດທະນະທຳສັນຕິພາບ ການເສີມຂະຫຍາຍສ້າງພາລະກຳ “ສ້າງສັນຕິພາບໃນແນວຄິດຈິດໃຈມະນຸດ” ຂອງ Unesco, ວິທີເຂົ້າເຖິງວັດທະນະທຳມະນຸດ, ລະຫວ່າງຂະແໜງ, ຫຼາຍຝ່າຍ, ຊຸກຍູ້ການຮ່ວມມືໜູນຊ່ວຍຄວາມມານະພະຍາຍາມພັດທະນາແບບຍືນຍົງ, ກວມລວມ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງບັນດາປະເທດ... ໄດ້ຮັບການຕີລາຄາສູງ. ພິເສດໃນຖານະເປັນປະທານ ອາຊຽນ ຂອງຂົງເຂດການສຶກສາປີ 2022, ປະທານຄະນະກຳມະການວັດທະນະທຳ - ຖະແຫຼງຂ່າວ ອາຊຽນ ປີ 2022, ສະມາຊິກທີ່ຫຼັກແຫຼ່ງຂອງ Unesco ໃນການຮ່ວມມືທາງດ້ານວິທະຍາສາດ, ຫວຽດນາມ ໄດ້ນຳສະເໜີບັນດາຂໍ້ສະເໜີລະອຽດປະກອບສ່ວນເຂົ້າໃນການກະກຽມ ໃຫ້ແກ່ບັນດາເຫດການສາກົນທີ່ສຳຄັນໃນປີນີ້.

     ໃນຖານະເປັນປະເທດສະໝັກເລືອກຕັ້ງ ຂອງສະພາສິດທິມະນຸດຂອງສະຫະປະຊາຊາດ ອາຍຸການ 2021 – 2025, ຫວຽດນາມ ກໍ່ຢັ້ງຢືນນ້ຳໃຈຮ່ວມມື, ຄຳໝັ້ນສັນຍາປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມຂອງໂລກ ແນໃສ່ຊຸກຍູ້ ແລະ ປົກປ້ອງສິດທິມະນຸດ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ  ຫວຽດນາມ ບຸ່ຍແທັງເຊີນ ຢືນຢັນວ່າ:

      “ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບ ເປັນເຈົ້າການຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວຂອງ Unesco ພິເສດແມ່ນໃນບັນດາບັນຫາທີ່ສຳຄັນ ເຊິ່ງໄດ້ຮັບຄວາມເອົາໃຈໃສ່ຈາກ Unesco ແລະ ບັນດາປະເທດສະມາຊິກ; ປະກອບສ່ວນເຂົ້າໃນບັນດາໂຄງການຈຸດສຸມຂອງ  Unescoໃນປັດຈຸບັນ ຄື ມາດຕະຖານທາງດ້ານຄຸນສົມບັດ ປັນຍາທຽມ, ການສຶກສາ ເພື່ອການພັດທະນາແບບຍືນຍົງ, ການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ”.

        ສຳລັບການພົວພັນຮ່ວມມືລະຫວ່າງ ຫວຽດນາມ - Unesco ໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການພັດທະນາຂອງປະເທດຊາດ ພ້ອມທັງສ້າງພາບພົດເປັນປະເທດ  ຫວຽດນາມ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ, ຂະຫຍັນຂັນເຄື່ອນ ແລະ ບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ. ຫວຽດນາມເອງ ໄດ້ເປັນຕົນແທນໃຫ້ແກ່ບັນດາຄຸນຄ່າຂອງ Unesco ນັ້ນແມ່ນສາມັກຄີ,ໂອບເອື້ອອາລີ, ຫຼາຍຮູບຫຼາຍສີ ແລະ ກົມກຽວ. ນີ້ໄດ້ຮັບຖືວ່າ ແມ່ນບັນດາຄຸນຄ່າພື້ນຖານ ສ້າງເປັນສີສັນ ຫວຽດນາມ.  ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທັງເຊີນ ຖືວ່າ:

   “ຫວຽດນາມ ຕັດສິນໃຈເຮັດສຳເລັດໜ້າທີ່ ແມ່ນກຳມະການສະພາບໍລິຫານງານ ເພື່ອຊຸກຍູ້ເສີມຂະຫຍາຍບົດບາດຂອງ Unesco ເພື່ອຄວາມກ້າວໜ້າລວມຂອງມວນມະນຸດ. ພ້ອມກັນນັ້ນນີ້ກໍ່ແມ່ນໂອກາດທີ່ດີ ເພື່ອຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ Unesco, ນຳໃຊ້ບັນດາແນວຄວາມຄິດ, ຂໍ້ລິເລີ່ມ, ແຫຼ່ງກຳລັງຂອງ Unesco ເພື່ອເປີດເຂດພັດທະນາໃໝ່ໃຫ້ແກ່ ຫວຽດນາມ ປະກອບສ່ວນຍົກສູງຊີວິດທາງດ້ານຈິດໃຈຂອງສັງຄົມ ແລະ ສ້າງພື້ນຖານທີ່ສະດວກ ເພື່ອໃຫ້ປະເທດປະຕິບັດສຳເລັດບັນດາເປົ້າພັດທະນາແບບຍືນຍົງທີ່ໄດ້ວາງອອກ”.

      ຫວຽດນາມ ພວມຍູ້ແຮງການຜັນຂະຫຍາຍແນວທາງຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ກ່ຽວກັບຄວາມເປັນເຈົ້າການເຊື່ອມໂຍງສາກົນ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ. ໂດຍແມ່ນສະມາຊິກສະພາບໍລິຫານງານ Unesco ເຊິ່ງແມ່ນອົງການທີ່ມີບົດບາດຢ່າງໃຫຍ່ຫຼວງ ໃນການວາງກຳນົດນະໂຍບາຍຂອງອົງການນີ້, ຫວຽດນາມ ພວມມີບັນດາການປະກອບສ່ວນຢ່າງແທດຈິງໃຫ້ແກ່ການແກ້ໄຂບັນດາບັນຫາລວມ  ແລະ ປະກອບສ່ວນປັບປຸງການພົວພັນ “ຮອບດ້ານ, ແທດຈິງ,  ມີປະສິດທິຜົນ” ລະຫວ່າງ ຫວຽດນາມ ແລະ Unesco”.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ດ້ວຍ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ຈິດ​ໃຈ​ທົນ​ທານ, ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ, ພ້ອມ​ກັບ​ຈິດ​ໃຈ​ເລີ່ມ​ຕົ້ນທຸ​ລະ​ກິດ Startup ແລະ ຄວາມ​ມຸ່ງ​ຫວັງອຸ​ທິດ​ສ່ວນ​ຢ່າງ​ແຮງກ້າ, ນັກ​ທຸ​ລະ​ກິດ ຫງວຽ​ນ​ທິ​ງາ ພ້ອມ​ກັບ​ຖັນ​ແຖວ​ໄດ້​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ ການ​ບໍ​ລິ​ການ ແລະ ການ​ເງິນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ມີ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ມີກຳ​ລັງ​ແກ້ງ​ແຍ້ງ​ສູງ.

Top