• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປະກອບສ່ວນຕັ້ງໜ້າເຂົ້າໃນຄາດໝາຍອັນສູງສົ່ງຂອງ ສປຊ

      ວັນທີ 22 ກັນຍາ, ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືສຸດຍອດຊຸດທີ 72 ຂອງ ສະມັດຊາໃຫຍ່ ສປຊ ຢູ່ນະຄອນ ນິວຢອກ, ປະເທດ ອາເມລິກາ. 

 ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ  ກ່າວຄຳເຫັນທີ່ກອງປະຊຸມ
      ວາລະປຶກສາຫາລືປີນີ້ມີຫົວຂໍ້ວ່າ “ສຸມໃສ່ເຂົ້າມະນຸດ: ສູ້ຊົນເພື່ອສັນຕິພາບ ແລະ ຊີວິດອັນດີງາມໃຫ້ທຸກໆຄົນໃນໂລກແບບຍືນຍົງ” ດຶງດູດການເຂົ້າຮ່ວມຂອງການນຳປະເທດ ແລະ ລັດຖະບານເກືອບທັງໝົດຂອງ 193 ປະເທດສະມາຊິກ ສປຊ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ແບ່ງປັນທັດສະນະຂອງ ຫວຽດນາມ ກ່ຽວກັບບັນດາບັນຫາພົ້ນເດັ່ນໃນປະຈຸບັນ ສຳລັບໂລກ ແລະ ສປຊ, ບັນດາການປະກອບສ່ວນສຳຄັນຂອງ ຫວຽດນາມ ໃນການແກ້ໄຂບັນດາບັນຫານີ້. ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ສະເໜີ ບັນດາປະເທດຕັ້ງຜົນປະໂຫຍດຂອງປະຊາຊົນເປັນໃຈກາງຂອງທຸກໆນະໂຍບາຍ ແລະ ການກະທຳເພື່ອປະຕິບັດສຳເລັດໂຄງການດຳເນີນງານປີ 2030 ກ່ຽວກັບການພັດທະນາແບບຍືນຍົງ ແລະ ຮັບປະກັນຊີວິດການເປັນຢູ່ທີ່ດີງາມກ່ວາໃຫ້ແກ່ປະຊາຊົນທຸກຄົນ; ເນັ້ນໜັກວ່າ ບັນດາປະເທດພວມພັດທະນາຄວນໄດ້ຮັບການຮັບປະກັນມີເງື່ອນໄຂສະດວກກ່ວາ, ມີຫຼາຍແຫຼ່ງກຳລັງກ່ວາ ເພື່ອປະຕິບັດບັນດາຄາດໝາຍພັດທະນາແບບຍືນຍົງ:
        “ ສປຊ ຕ້ອງເປັນໃຈກາງປະສານງານ ແລະ ຕິດພັນກັບຄວາມມານະພະຍາຍາມລວມ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ, ສ້າງລະບົບບັນດາຫຼັກການ ແລະ ມາດຕະຖານຮອບດ້ານກ່ວາ ດ້ວຍກົນໄກຮັບປະກັນພາວະວິໄສ, ຍຸຕິທຳ ແລະ ສະເໝີພາບ. ເພື່ອເຮັດໄດ້ສິ່ງດັ່ງກ່າວ, ສປຊ ຕ້ອງມີການປະຕິຮູບຢ່າງຮອບດ້ານ, ຈາກການຈັດຕັ້ງ, ວິທີການເຮັດວຽກ ຕະຫຼອດຮອດບັນດາວິທີການລະດົມກຳລັງ, ຈັດແບ່ງແຫຼ່ງກຳລັງ. ຫວຽດນາມ ສະໜັບສະໜູນບັນດາຄວາມມານະພະຍາຍາມປະຕິຮູບຂອງ ສປຊ ຕາມທິດທາງນີ້ ແລະ ຈະເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບໃນ

        ກ່ຽວກັບທະເລຕາເວັນອອກ, ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມຮຽກຮ້ອງໃຫ້ບັນດາຝ່າຍລະງັບໃຈ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ເຄົາລົບບັນດາວິວັດທະນາການທາງການທູດ ແລະ ນິຕິກຳບົນພື້ນຖານກົດໝາຍສາກົນ, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ບັນລຸກົດແຫ່ງການປະພຶດຊອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ.
        ແລະກໍ່ໃນວັນດຽວກັນ, ທີ່ສຳນັກງານ ສປຊ, ໂດຍໄດ້ຮັບການມອບສິດຈາກທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄດ້ລົງນາມໃນສົນທິສັນຍາຫ້າມອາວຸດນິວເຄຼຍ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top