• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຖືການພັດທະນາວິທະຍາສາດ - ເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນແມ່ນບຸລິມະສິດແຖວໜ້າ

ຫວຽດນາມ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງສະຫະປະຊາຊາດ ໃນການເພີ່ມທະວີການຄຸ້ມຄອງດ້ານເຕັກໂນໂລຊີທົ່ວໂລກ, ສອດຄ່ອງກັບກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ
(ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟ້າມຫວຽດຮຸ່ງ)

ຫວຽດນາມ ຖືການພັດທະນາວິທະຍາສາດ - ເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນແມ່ນບຸລິມະສິດແຖວໜ້າ. ນີ້ແມ່ນຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟ້າມຫວຽດຮຸ່ງ, ຜູ້ຕາງໜ້າປະຈຳການຂອງ ຫວຽດນາມ ທີ່ຄະນະກຳມະການເສດຖະກິດ - ສັງຄົມ ອາຊີ - ປາຊີຟິກ ສະຫະປະຊາຊາດ (ESCAP), ທີ່ກອງປະຊຸມຄັ້ງທີ 81 ຂອງ ESCAP ຈັດຂຶ້ນຢູ່ສູນກອງປະຊຸມສະຫະປະຊາຊາດ ປະຈຳ ບາງກອກ, ປະເທດ ໄທ, ໃນວັນທີ 24 ເມສາ.

“ຫວຽດນາມ ໃຫ້ບຸລິມະສິດແຖວໜ້າຕໍ່ການພັດທະນາວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ. ມີຫຼາຍຍຸດທະສາດ, ນະໂຍບາຍ ແລະ ໂຄງການກະທຳໄດ້ຮັບຮອງເອົາເພື່ອຊຸກຍູ້ການພັດທະນາເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ. ພວກຂ້າພະເຈົ້າຖືບັນດາຄວາມມານະພະຍາຍາມດັ່ງກ່າວແມ່ນມາດຕະການສຳຄັນເພື່ອພັດທະນາແບບຍືນຍົງ, ຫຼີກລ່ຽງລະດັບລາຍຮັບປາງກາງ  ແລະ ນຳປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່”.

ທ່ານຢືນຢັນວ່າ, ຫວຽດນາມ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງສະຫະປະຊາຊາດ ໃນການເພີ່ມທະວີການຄຸ້ມຄອງດ້ານເຕັກໂນໂລຊີທົ່ວໂລກ, ສອດຄ່ອງກັບກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ; ທ່ານສະເໜີໃຫ້ ESCAP ຊຸກຍູ້ການຜັນຂະຫຍາຍເອກະສານດີຈີຕອນທົ່ວໂລກຢູ່ລະດັບພາກພື້ນ ແລະ ເພີ່ມທະວີບັນດາຂໍ້ລິເລີ່ມກ່ຽວກັບເຕັກໂນໂລຊີທີ່ຫາກໍ່ພົ້ນເດັ່ນ, ໃນນັ້ນມີປັນຍາປະດິດ (AI).

(ແຫຼ່ງຄັດຈາກ VOV)

ນຳ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ ກາຍ​ເປັນ​ເສົ້າ​ຄ້ຳ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ລາວ

ນຳ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ ກາຍ​ເປັນ​ເສົ້າ​ຄ້ຳ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ລາວ

ໂດຍສືບຕໍ່ການຢ້ຽມຢາມທາງລັດຖະກິດຢູ່ ສປປ.ລາວ, ຕອນບ່າຍວັນທີ 25 ເມສາ, ຢູ່ຫ້ອງວ່າການສຳນັກງານນາຍົກ ທີ່ ວຽງຈັນ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.

Top