ຕອນບ່າຍວັນທີ 27 ມີນາ, ຢູ່ ຮ່າໂນ້ຍ, ອົງການຕິດຕໍ່ແຫ່ງຊາດ ຫວຽດນາມ ກ່ຽວກັບການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານ ໄດ້ຈັດກອງປະຊຸມສະຫຼຸບມະຕິເລກທີ 81 ຂອງລັດຖະບານກ່ຽວກັບການປ້ອງກັນ, ຕ້ານອາວຸດລ້າງຜານໄລຍະ 2019 – 2024. ນີ້ແມ່ນເອກະສານກຳນົດກົດໝາຍສະບັບທຳອິດທີ່ໄດ້ດັດປັບໂດຍກົງ, ຄົບຖ້ວນກ່ຽວກັບການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດທັງ 4 ປະເພດ, ແມ່ນ ອາວຸດຊີວະສາດ, ອາວຸດເຄມີ, ອາວຸດນິວເຄຼຍ ແລະ ອາວຸດກຳມັນຕະພາບລັງສີ.
ໃນບົດລາຍງານທີ່ກອງປະຊຸມໃຫ້ຮູ້ວ່າ, ໄລຍະ 2019 – 2024, ວຽກງານຜັນຂະຫຍາຍການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານແຕ່ຕົ້ນ, ແຕ່ໄກຂອງ ຫວຽດນາມ ບັນລຸຜົນງານຕັ້ງໜ້າຫຼາຍຢ່າງ. ທ່ານພົນຈັດຕະວາ ຮ່າວັນກື່, ຜູ້ບັນຊາການເຫຼົ່າຮົບເຄມີ, ຫົວໜ້າອົງການປະຈຳ 81, ຢືນຢັນວ່າ:
“ວຽກງານຊີ້ນຳ, ສົມທົບກັນ ຮຽກຮ້ອງຕ້ອງມີການເຂົ້າຮ່ວມຂອງຫຼາຍກະຊວງ, ຂະແໜງການ. ພວກຂ້າພະເຈົ້າໄດ້ໃຫ້ຄຳປຶກສາແກ່ລັດຖະບານ ເພື່ອສ້າງໂຄງການກະທຳລະດັບຊາດໃນບັນຫາປ້ອງກັນ, ຕ້ານອາວຸດລ້າງຜານ, ໃນນັ້ນມີການຕີລາຄາບັນດາຄວາມສ່ຽງໃນການອຸປະຖຳການກໍ່ການຮ້າຍ... ຫຼື ພວກຂ້າພະເຈົ້າກໍ່ສົມທົບກັບກະຊວງການຕ່າງປະເທດ ເພື່ອມີສຽງເວົ້າສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນປະເທດຮັກຫອມສັນຕິພາບ, ຕັ້ງໜ້າໃນການປະຕິບັດບັນດາສົນທິສັນຍາກ່ຽວກັບການປ້ອງກັນ ແລະ ຕ້ານການເຜີຍແຜ່ອາວຸດລ້າງຜານ.”
ປະຈຸບັນ, ຫວຽດນາມ ພວມສ້າງຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການເຜີຍແຜ່ອາວຸດລ້າງຜານ.