• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຕັດສິນໃຈຮັກສາໝາກຜົນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

      ຕອນບ່າຍວັນທີ 25 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ເປັນປະທານກອງປະຊຸມ ຄະນະຊີ້ນຳແຫ່ງຊາດກ່ຽວກັບການຜັນຂະຫຍາຍມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃນໄລຍະປັດຈຸບັນ.

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມ (ພາບ: VGP)
      ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໃຫ້ຮູ້ວ່າ, ພາຍຫຼັງເກືອບ 1 ປີ, ທຸກກຳລັງໄດ້ເຂົ້າຮ່ວມບັ້ນປ້ອງກັນ, ສະກັດກັ້ນໂລກລະບາດ, ຫວຽດນາມ ບັນລຸໄດ້ຜົນງານເບື້ອງຕົ້ນໃນການປ້ອງກັນ, ສະກັດກັ້ນ. ເຖິງຢ່າງໃດກໍຕາມ, ດ້ວຍລະດັບການແຜ່ລະບາດຢ່າງໄວວາຂອງໂລກລະບາດ ໂຄວິດ - 19 ຢູ່ຫຼາຍປະເທດໃນໂລກ, ພິເສດແມ່ນປະກົດມີສາຍພັນໃໝ່ຂອງເຊື້ອໄວຣັດນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຕັດສິນໃຈຮັກສາໝາກຜົນການປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ໄດ້ເພື່ອໃຫ້ປະຊາຊົນຕ້ອນຮັບບຸນປີໃໝ່ດ້ວຍຄວາມປອດໄພ, ອົບອຸ່ນ ແລະ ເບີກບານມ່ວນຊື່ນ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ຍົກລະດັບທັງໝົດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດທີ່ໄດ້ຜັນຂະຫຍາຍ, ເຊື່ອມຊຶມ ແລະ ປະຕິບັດໃນໄລຍະຜ່ານມາ; ຈັດຕັ້ງກສຍເຄື່ອນໄຫວຢູ່ໃນລະດັບສູງສຸດໃໝ່; ເພີ່ມທະວີວຽກງານກວດກາທາງບົກ. ກຳລັງປ້ອງກັນຊາຍແດນ, ຕຳຫຼວດປະຈຳຢູ່ດ່ານຊາຍແດນ, ອຳນາດການປົກຄອງຂັ້ນຮາກຖານ ແລະ ປະຊາຊົນຢູ່ເຂດຊາຍແດນ ຈົ່ງເສີມຂະຫຍາຍບົດບາດ ແລະ ຄວາມຮັບຜິດຊອບຂອງຕົນໃນການປະຕິບັດຂໍ້ກຳນົດຕ່າງໆກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ.
(ແຫຼ່ງຄັດຈາກ VOV)

ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຖະ​ຫວາຍ​ທູບ​ທຽນ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຕໍ່​ບັນ​ດາ​ນັກ​ວິ​ລະ​ຊົນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ

ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຖະ​ຫວາຍ​ທູບ​ທຽນ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຕໍ່​ບັນ​ດາ​ນັກ​ວິ​ລະ​ຊົນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ ແລະ ຄະ​ນະ​ປະ​ຕິ​ບັດງານ ​ໄດ້​ຈູດ​ທູບ​ໃຕ້​ທຽນ ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຕໍ່​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ເພື່ອ​ພາ​ລະ​ກິດ​ແຫ່ງ​ການ​ປົດ​ປ່ອຍ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ

Top