• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຕອບສະໜອງບັ້ນຂົນຂວາຍມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກ

      ວັນທີ 17 ມີນາ, ທີ່ຫໍວັດທະນະທຳຊາວໜູ່ມ (ເມືອງ 1) ນະຄອນ ໂຮ່ຈິມີນ, ໜັງສືພິມ ໄຊງ່ອນຢາຍຟ໊ອງ (ໄຊງ່ອນປົດປ່ອຍ) ໄດ້ສົມທົບກັບຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ຈັດຕັ້ງພິທີເລີ່ມເຄື່ອນໄຫວບັ້ນຂົນຂວາຍມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກປີ 2019. 

ຫວຽດນາມ ຕອບສະໜອງບັ້ນຂົນຂວາຍມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກ (ພາບ: hcmcpv.org.vn)
      ເຫດການຕົ້ນຕໍແມ່ນ “ຮ່ວມແຮງຮ່ວມໃຈມອດໄຟ 1 ຊົ່ວໂມງໃນທົ່ວໂລກ” ຈະດຳເນີນແຕ່ 17 ໂມງ - 22 ໂມງ ວັນທີ 30 ມີນາ ຢູ່ຫໍວັດທະນະທຳຊາວໜຸ່ມ, ຄາດວ່າ ເຫດການຈະດຶງດູດຊາວໜຸ່ມ ແລະ ປະຊາຊົນໃນບໍລິເວນນະຄອນເຂົ້າຮ່ວມກ່ວາ 5000 ຄົນ ດ້ວຍຈຸດສຸມແມ່ນການຂົນຂວາຍພ້ອມກັນມອດໄຟ 1 ຊົ່ວໂມງ.
        ໂຄງການຈຸດສຸມຂອງລາຍການແມ່ນ “Change your green” ຈະປຸກລະດົມຂະບວນການຂໍ້ລິເລີ່ມຂຽວ. ນອກຈາກໂຄງການດັ່ງກ່າວ, ມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກປີ 2019 ຍັງມີບັນດາການເຄື່ອນໄຫວອື່ນໆຄື: ໂຄງການເຄື່ອນໄຫວຂຽວ, ໂຄງການກຳລັງຄວາມສາມາດຂຽວໃຫ້ປະຊາຄົມ; ໂຄງການເຊື່ອມຕໍ່ຂຽວ; ເຫດການຕອບສະໜອງມອດໄຟ 1 ຊົ່ວໂມງພ້ອມກັບໂລກ…
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສວ​ມ​ບົດ​ບາດ​ເປັນ​ຜູ້​ປຶກ​ສາ​ຫາ​ລື​ໃນ​ວາ​ລະ​ປະ​ຊຸມ​ສຳຫຼວດກວດ​ຄືນ​ນະ​ໂຍ​ບາຍ​ການ​ຄ້າ WTO

ຫວຽດ​ນາມ ສວ​ມ​ບົດ​ບາດ​ເປັນ​ຜູ້​ປຶກ​ສາ​ຫາ​ລື​ໃນ​ວາ​ລະ​ປະ​ຊຸມ​ສຳຫຼວດກວດ​ຄືນ​ນະ​ໂຍ​ບາຍ​ການ​ຄ້າ WTO

ວັນ​ທີ 27 ພຶດ​ສະ​ພາ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ​ມາຍ​ຟານ​ຢຸງ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ນະ​ຄອນ ເຊີ​ແນວ, ປະ​ເທດ​ສະ​ວິດ, ໄດ້​ມີ​ບົດ​ກ່າວ​ປາ​ໄສ​ດ້ວຍ​ຖາ​ນະ​ເປັນ​ຜູ້​ປຶກ​ສາ​ຫາ​ລື​ໃນ​ວາ​ລະ​ປະ​ຊຸມ​ສຳ​ຫຼວດກວດ​ຄືນ​ນະ​ໂຍ​ບາຍ​ການ​ຄ້າ (TPR) ຄັ້ງ​ທີ 16 ຂອງ ຍີ່​ປຸ່ນ ຢູ່​ສຳ​ນັກ​ງານ​ອົງ​ການ​ການນ​ຄ້າ​ໂລກ (WTO).

Top