• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຍົກສູງໜ້າທີ່ຄວາມຮັບຜິດຊອບຂອງປະເທດໃນການສະກັດກັ້ນ, ລົງໂທດອາດຊະຍາກຳ

      ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຊົມເຊີຍບັນດາບາດກ້າວຄືບໜ້າຫວ່າງມໍ່ໆມານີ້ຢູ່ ຊູດັງ

ກອງປະຊຸມທາງອອນລາຍຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບສະພາບການຂອງຊູດັງ
(ພາບ: TTXVN)
      ທີ່ກອງປະຊຸມທາງອອນລາຍຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບສະພາບການຂອງຊູດັງ, ເຊິ່ງດຳເນີນໃນວັນທີ 10 ທັນວາ, ຫວຽດນາມ ໄດ້ຍົກສູງໜ້າທີ່ຮັບຜິດຊອບແຖວໜ້າຂອງປະເທດໃນການຮັບປະກັນການເຄົາລົບກົດໝາຍວ່າດ້ວຍມະນຸດສະທຳສາກົນ, ສະກັດກັ້ນ ແລະ ລົງໂທດບັນດາອາດຊະຍາກຳອາຍາຮ້າຍແຮງຄື: ອາດຊະຍາກຳສົງຄາມ, ໂທດຕ້ານຄືນມວນມະນຸດ ແລະ ໂທດຮຸກຮານ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຊົມເຊີຍບັນດາບາດກ້າວຄືບໜ້າຫວ່າງມໍ່ໆມານີ້ຢູ່ ຊູດັງ, ໃນນັ້ນມີການລົງນາມໃນຂໍ້ຕົກລົງສັນຕິພາບເມື່ອວັນທີ 03 ຕຸລາ ຜ່ານມາ. ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບຂໍ້ມູນມີການໃຊ້ຄວາມຮຸງແຮງເພີ່ມຂຶ້ນລະຫວ່າງບັນດາປະຊາຄົມຊູດັງ ເຮັດໃຫ້ສາມັນຊົນຫຼາຍຄົນເສຍຊີວິດ, ໃນນັ້ນມີແມ່ຍິງ ແລະ ເດັກນ້ອຍ. ທ່ານເອກອັກຄະລັດຖະທູດປາດຖະໜາວ່າ, ລັດຖະບານ ຊູດັງ ຈະສືບຕໍ່ມານະພະຍາຍາມແກ້ໄຂບັນຫານີ້.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top