ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫວະ ເນັ້ນໜັກວ່າ ຫວຽດນາມ ແລະ ຍີ່ປຸ່ນ ມີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພື່ອແນໃສ່ສືບຕໍ່ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ. ທ່ານປະທານສະພາແຫ່ງຊາດຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງສະພາແຫ່ງຊາດ ແລະ ລັດຖະບານ ຫວຽດນາມ ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໃຫ້ສົມບູນແບບ, ກຳນົດທິດກົດໝາຍ ແລະ ນະໂຍບາຍ, ສືບຕໍ່ສ້າງຄວາມເຂັ້ມແຂງທາງດ້ານການແກ່ງແຍ້ງເສດຖະກິດ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ແລະ ນັກລົງທຶນ, ໃນນັ້ນມີນັກລົງທຶນຕ່າງປະເທດທີ່ລົງທຶນ ທຳການຜະລິດ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ.
ກ່ຽວຂ້ອງເຖິງການຜັນຂະຫຍາຍປະຕິບັດຂອບເຂດຂໍ້ລິເລີ່ມຮ່ວມຫວຽດນາມ - ຍີ່ປຸ່ນ ໄລຍະ 9ຂອບເຂດຂໍ້ລິເລີ່ມຮ່ວມຫວຽດນາມ-ຍີປຸ່ນ, ທ່ານປະທານສະພາແຫ່ງຊາດສະເໜີ 4 ກຸ່ມບັນຫາ ຄື: ເຊື່ອມຕໍ່ຍຸດທະສາດພັດທະນາຂອງ 2 ພື້ນຖານເສດຖະກິດ, ຂອບເຂດກົດໝາຍ ແລະ ນະໂຍບາຍຂອງ 2 ປະເທດ; ການຮ່ວມມືໃນການພັດທະນາພື້ນຖານໂຄງລ່າງ, ລວມທັງພື້ນຖານໂຄງລ່າງການຫັນເປັນດິຈິຕອນ, ການປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານຢ່າງຍຸຕິທຳ; ເຊື່ອມຕໍ່ ເພີ່ມທະວີຄວາມສາມາດຜະລິດຂອງແຕ່ລະປະເທດໂດຍຜ່ານການເຊື່ອມຕໍ່ວິສາຫະກິດ ເພື່ອສ້າງຕ່ອງໂສ້ຜະລິດ ແລະ ການສະໜອງໃນພາກພື້ນ ແລະ ໂລກ; ການເຊື່ອມຕໍ່ໃນການພັດທະນາແຫຼ່ງຊັບພະຍາກອນມະນຸດ.