• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຍາມໃດກໍ່ຖືການພົວພັນກັບຈີນ ແມ່ນການເລືອກເຟັ້ນຍຸດທະ ສາດ, ບຸລິມະສິດອັນດັບໜຶ່ງ

ນີ້ແມ່ນຄຳຢັ້ງຢືນ ຂອງທ່ານປະທານປະເທດ ຫວໍວັນເຖືອງ ໃນຕອນບ່າຍວັນທີ 1 ທັນວາ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານ ຫວາງອີ, ລັດຖະມົນຕີການຕ່າງປະເທດ ຈີນ, ເນື່ອງໃນໂອກາດທ່ານ ມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 15 ຄະນະກຳມະການຊີ້ນຳການຮ່ວມມື ສອງຝ່າຍ ຫວຽດນາມ - ຈີນ.
ທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານ ຫວາງອີ, ລັດຖະມົນຕີການຕ່າງປະເທດ ຈີນ (ພາບ: TTXVN)

ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືການພົວພັນກັບ ຈີນ ແມ່ນການ ເລືອກເຟັ້ນຍຸດທະສາດ, ບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບແບບຂອງ ຫວຽດນາມ. ນີ້ແມ່ນຄຳຢັ້ງຢືນ ຂອງທ່ານປະທານປະເທດ ຫວໍວັນເຖືອງ ໃນຕອນບ່າຍວັນທີ 1 ທັນວາ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານ ຫວາງອີ, ລັດຖະມົນຕີການຕ່າງປະເທດ ຈີນ, ເນື່ອງໃນໂອກາດທ່ານ ມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 15 ຄະນະກຳມະການຊີ້ນຳການຮ່ວມມື ສອງຝ່າຍ ຫວຽດນາມ - ຈີນ.   

ທ່ານປະທານປະເທດ ສະເໜີໃຫ້ສອງຝ່າຍຕ້ອງ ເພີ່ມທະວີ ແລະ ປະຕິບັດບັນດາການ ເຄື່ອນໄຫວພົວພັນແລກປ່ຽນ, ພົວພັນຂັ້ນສູງ; ຜັນຂະຫຍາຍການຮ່ວມມືລະຫວ່າງສອງພັກ, ສະພາແຫ່ງຊາດ, ແນວໂຮມປະເທດຊາດ ຫວຽດນາມ ກັບສະພາຜູ້ແທນທົ່ວປະເທດຈີນ ໃຫ້ເປັນຢ່າງດີ; ສືບຕໍ່ເສີມຂະຫຍາຍບົດບາດຂອງຄະນະກຳມະການຊີ້ນຳການຮ່ວມມື ສອງຝ່າຍ; ເພີ່ມທະວີການພົບປະແລກປ່ຽນປະຊາຊົນ... ກ່ຽວກັບບັນຫາທະເລຕາເວັນ ອອກ, ທ່ານ ປະທານປະເທດສະເໜີສອງຝ່າຍປະຕິບັດຄວາມຮັບຮູ້ລວມຂັ້ນສູງ, ຄວບຄຸມ ແລະ ແກ້ໄຂ ຄວາມບໍ່ລົງລອຍກັນບົນທະເລໃຫ້ເປັນຢ່າງດີ, ເຄົາລົບຜົນປະໂຫຍດເປັນທຳ, ເໝາະສົມກັບກົດໝາຍຂອງກັນ, ເໝາະສົມກັບກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ພ້ອມກັນສ້າງທະເລຕາເວັນອອກກາຍເປັນເຂດ ທະເລແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ.

 ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ຢັ້ງຢືນວ່າ: ພັກ, ລັດຖະບານ ແລະ ປະຊາຊົນ ຈີນ ຖືການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ຮ່ວມມືຮອບດ້ານກັບ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ເປັນສຳຄັນ, ຍາມໃດກໍ່ຖືນີ້ແມ່ນທິດທາງບຸລິມະສິດ ສັງລວມໃນການພົວພັນຕ່າງປະເທດບ້ານໃກ້ເຮືອນຄຽງຂອງ ຈີນ. ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະເຈລະຈາກັບຄູ່ຕຳແໜ່ງ ຈີນ ທ່ານ ຫວາງອີ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top