• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຊ່ວຍ ລາວ ກໍ່ສ້າງຕຶກອາຄານສຳນັກງານສະພາແຫ່ງຊາດ ລາວ

      ຕອນເຊົ້າວັນທີ 14 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ ໃຫ້ການຕ້ອນຮັບທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ ລາວ, ຫົວໜ້າຄະນະຊີ້ນຳການກໍ່ສ້າງຕຶກອາຄານສຳນັກງານສະພາແຫ່ງຊາດ ລາວ
      
      ທ່ານ ຈິ້ງດີງຢຸງ ໃຫ້ການຕ້ອນຮັບທ່ານ ສົມພັນ ແພງຄຳມີ (ພາບ: VGP)
      2 ຝ່າຍປຶກສາຫາລືກ່ຽວກັບເລື່ອງ ຫວຽດນາມ ສະໜັບສະໜູນ ລາວ ກໍ່ສ້າງໂຄງການສຳຄັນແມ່ນ ຕຶກອາຄານສຳນັກງານ ສະພາແຫ່ງຊາດຂອງ ລາວ. ນີ້ແມ່ນຂອງຂວັນທີ່ມີຄວາມໝາຍ, ເປັນສັນຍາລັກແຫ່ງນ້ຳໃຈສາມັກຄີມິດຕະພາບແບບພິເສດ 2 ປະເທດ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ຖືວ່າ: 2 ປະເທດຄວນປຶກສາຫາລືຫຼັກການປະຕິບັດ, ເພື່ອໃຫ້ໂຄງການ ບໍ່ພຽງແຕ່ບັນລຸໄດ້ເປົ້າໝາຍໝາຍທີ່ວາງອອກກ່ຽວກັບຄວາມຄືບໜ້າເທົ່ານັ້ນ ຫາກຍັງຮັບປະກັນຄຸນນະພາບດ້ານ ສະຖາປັດຕະຍະກຳ, ວັດທະນະທຳ, ຮີດຄອງປະເພນີຂອງ ລາວ ອີກດ້ວຍ.
        ໂຄງການດັ່ງກ່າວ ຄາດຄະເນວ່າຈະລົງມືກໍ່ສ້າງໃນວັນທີ 18/07ຈະມາເຖິງ ແລະ ມີມູນຄ່າລົງທຶນ 100 ລ້ານ USD.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top