ໃນຂອບເຂດການໄປປະຕິບັດງານຢູ່ ສ.ເກົາຫຼີ ເຂົ້າຮ່ວມການສົນທະນາດ້ານປ້ອງກັນຊາດ ເຊີອຸນ ຄັ້ງທີ 14, ແຕ່ວັນທີ 08 – 10 ກັນຍາ, ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ມີການພົບປະ 2 ຝ່າຍກັບຫົວໜ້າຄະນະຜູ້ແທນຂອງປະເທດຈຳນວນໜຶ່ງ.
ເມື່ອແລກປ່ຽນກັບທ່ານ Adly Zahari, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ, ທ່ານພົນໂທ ຮວ່າງຊວັນຈຽນ ປາດຖະໜາວ່າ ມາເລເຊຍ ຈະສະໜັບສະໜູນການຊຸກຍູ້ການລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງລັດຖະບານ 2 ປະເທດກ່ຽວກັບການຮ່ວມມືປະຕິບັດກົດໝາຍ ແລະ ຊອກຫາກູ້ໄພກູ້ຊີບທາງທະເລ; ລົງນາມໃນຂໍ້ຕົກລົງສ້າງຕັ້ງກົນໄກລາດຕະເວນຮ່ວມທາງທະເລ ແລະ ຊ່ອງຕິດຕໍ່ລະຫວ່າງກອງທັບເຮືອ 2 ປະເທດ; ສົມທົບກັນແລກປ່ຽນຂໍ້ມູນ, ການປະຕິບັດກົດໝາຍ, ໜູນຊ່ວຍກຳປັ່ນຫາປາ ແລະ ຊາວປະມົງຂອງກັນທີ່ປະສົບເຄາະຮ້າຍຢູ່ທະເລ, ກໍ່ຄືການປະພຶດມະນຸດສະທຳສຳລັບກຳປັ່ນ ແລະ ຊາວປະມົງ.
ທີ່ການພົບປະກັບທ່ານ Zaqy Mohamad, ລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ, ທ່ານພົນໂທ ຮວ່າງຊວັນຈຽນ ປາດຖະໜາວ່າ ສິງກະໂປ ຈະຮັບນາຍທະຫານຂອງກອງບັນຊາການຕໍ່ສູ້ທາງເຄືອຂ່າຍອິນເຕີເນັດຂອງ ຫວຽດນາມ ໄປປະຕິບັດໜ້າທີ່ຢູ່ສູນຂໍ້ມູນ ແລະ ຄວາມໝັ້ນຄົງທາງອິນເຕີເນັດ ADMM ຂອງ ສິງກະໂປ ໂດຍໄວ, ພ້ອມກັນນັ້ນກໍໃຫ້ຮູ້ວ່າ, 2 ຝ່າຍພວມສົ່ງເສີມຈັດການສົນທະນານະໂຍບາຍປ້ອງກັນຊາດ ຫວຽດນາມ - ສິງກະໂປ ຄັ້ງທີ 16 ຢູ່ ດ່ານັ້ງ, ຫວຽດນາມ.
ເນື່ອງໃນໂອກາດນີ້, ທີ່ການພົບປະກັບທ່ານ Musa Heybet, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕວັກກີ, ທ່ານພົນໂທ ຮວ່າງຊວັນຈຽນ ໄດ້ສະເໜີໃຫ້ 2 ຝ່າຍຕັ້ງໜ້າສະໜັບສະໜູນ, ສົມທົບກັນເຂົ້າຮ່ວມບັນດາງານວາງສະແດງດ້ານອຸດສາຫະກຳປ້ອງກັນຊາດຂອງແຕ່ລະຝ່າຍ; ຄົ້ນຄວ້າການສ້າງກົນໄກທາບທາມຄວາມເຫັນ; ຊຸກຍູ້ການຮ່ວມມືບຳລຸງສ້າງ. ຫວຽດນາມ ກໍ່ພ້ອມແລ້ວທີ່ຈະຕ້ອນຮັບວິສາຫະກິດຂອງ ຕວັກກີ ມາ ຫວຽດນາມ ແນະນຳຜະລິດຕະພັນ ແລະ ຊອກຫາໂອກາດຮ່ວມມື.