• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຈະຜັນຂະຫຍາຍປາສປໍວັກຊິນຢ່າງກ້ວາງຂວາງ

ຄາດວ່າ ໃນຕົ້ນອາທິດໜ້າ, ກະຊວງສາທາລະນະສຸກຫວຽດນາມ ຈະຈັດກອງປະຊຸມຜັນຂະຫຍາຍການອອກປາສປໍວັກຊິນ ໃຫ້ແກ່ 63 ແຂວງນະຄອນ ແລະ ຫັງຈາກນັ້ນ ຈະເລີ່ມອອກປາສປໍວັກຊິນຢ່າງເປັນທາງການຢ່າງກ້ວາງຂວາງ.
  ເຄື່່ອງບິນຂອງບັນດາບໍລິສັດການບິນ ຫວຽດນາມ ຢູ່ສະໜາມບິນ ໂນ້ຍບ່າຍ. ພາບ: ຫງອກຮ່າ/TTXVN  

 ຕາມກະຊວງສາທາລະນະສຸກຫວຽດນາມ ແລ້ວ, ໃນວັນທີ 1 ເມສາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ 19 ລວມທັງໝົດ 72.556 ຄົນ ແລະ ນັບແຕ່ ເກີດໂລກລະບາດຈົນຮອດປະຈຸບັນຫວຽດນາມ ມີຜູ້ຕິດເຊື້ອພະຍາດສະສົມທັງໝົດແມ່ນ 9.650.663 ຄົນ, ຢືນອັນດັບທີ 12 ໃນຈຳນວນ 227 ປະເທດ ແລະ ເຂດແຄ້ວນ. ມາຮອດປະຈຸບັນ, ຈຳນວນຜູ້ຕິດເຊື້ອພະຍາດໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 7.606.476 ຄົນ, ມີຜູ້ເສຍຊີວິດ 42.526 ຄົນ.

ຄາດວ່າ ໃນຕົ້ນອາທິດໜ້າ, ກະຊວງສາທາລະນະສຸກຫວຽດນາມ ຈະຈັດກອງປະຊຸມຜັນຂະຫຍາຍການອອກປາສປໍວັກຊິນ ໃຫ້ແກ່ 63 ແຂວງນະຄອນ ແລະ ຫັງຈາກນັ້ນ ຈະເລີ່ມອອກປາສປໍວັກຊິນຢ່າງເປັນທາງການຢ່າງກ້ວາງຂວາງ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງເຊົ້າຂອງວັນທີ 2 ເມສາ (ຕາມເວລາ UTC), ໂລກໄດ້ຢືນຢັນມີຜູ້ຕິດເຊື້ອພະຍາດໂຄວິດ 19 ກ່ວາ 490 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກ່ວາ 6.17 ລ້ານຄົນ.

   ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຮ້າຍແຮງກ່ວາໝູ່ ຈາກໂລກລະບາດໂຄວິດ 19 ດ້ວຍຈຳນວນ ຜູ້ຕິດເຊື້ອພະຍາດກ່ວາ 81,8 ລ້ານຄົນ ແລະ ມີຜູ້ເສຍຊີວິດກ່ວາ 1 ລ້ານຄົນ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ 19 ຕື່ມອີກ 12 ລ້ານຄົນ, ໃນນັ້ນ, ສ.ເກົາຫຼີ ຢືນອັນດັບທີ່ 1 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດກ່ວາ 264.000 ຄົນ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top