• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຈະກໍ່ສ້າງ ແລະ ຜັນຂະຫຍາຍບັນດາມາດຕະການເພື່ອຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຢ່າງແຮງກວ່າ

ທຸກໆປະເທດຕ້ອງໃຫ້ຄຳໝັ້ນສັນຍາຢ່າງແຮງກວ່າກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ບົນຫຼັກການມີຄວາມຮັບຜິດຊອບລວມ ແຕ່ມີຄວາມແຕກຕ່າງ, ເໝາະສົມກັບເງື່ອນໄຂ, ສະພາບການ ແລະ ກຳລັງຄວາມສາມາດຂອງແຕ່ລະປະເທດ.
(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເຂົ້າຮ່ວມພິທີໄຂກອງປະຊຸມ)

ຕອນຄ່ຳວັນທີ 01 ພະຈິກ (ຕາມເວລາ ຫວຽດນາມ), ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດໃນຂອບເຂດກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 26 (COP 26) ດຳເນີນຢູ່ Glasgow, Scotland, ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ. ເຂົ້າຮ່ວມ COP 26 ມີການນຳ ແລະ ຜູ້ຕາງໜ້າຂອງ 197 ຝ່າຍເຂົ້າຮ່ວມສົນທິສັນຍາ, ໃນນັ້ນມີປະມຸກລັດ ແລະ ນາຍົກລັດຖະມົນຕີບັນດາປະເທດກວ່າ 120 ທ່ານ.

        ກ່າວຄຳເຫັນທີ່ COP 26, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ເນັ້ນໜັກວ່າ:

        “ທຸກໆປະເທດຕ້ອງໃຫ້ຄຳໝັ້ນສັນຍາຢ່າງແຮງກວ່າກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ບົນຫຼັກການມີຄວາມຮັບຜິດຊອບລວມ ແຕ່ມີຄວາມແຕກຕ່າງ, ເໝາະສົມກັບເງື່ອນໄຂ, ສະພາບການ ແລະ ກຳລັງຄວາມສາມາດຂອງແຕ່ລະປະເທດ. ສ່ວນ ຫວຽດນາມ, ເຖິງວ່າແມ່ນປະເທດພວມພັດທະນາ ຫາກໍ່ເລີ່ມປະຕິບັດວິວັດທະນາການຫັນເປັນອຸດສາຫະກຳໃນໄລຍະກວ່າ 3 ທົດສະວັດຜ່ານມາກໍ່ຕາມ, ແຕ່ ຫວຽດນາມ ແມ່ນ ປະເທດມີທ່າແຮງດ້ານພະລັງງານຜະລິດຄືນໃໝ່, ຈະກໍ່ສ້າງ ແລະ ຜັນຂະຫຍາຍບັນດາມາດຕະການເພື່ອແນໃສ່ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຢ່າງແຮງ ດ້ວຍແຫຼ່ງກຳລັງຂອງຕົນ, ພ້ອມກັບການຮ່ວມມື ແລະ ໜູນຊ່ວຍຈາກປະຊາຄົມສາກົນ, ໂດຍສະເພາະແມ່ນບັນດາປະເທດພັດທະນາ, ນັບທັງດ້ານການເງິນ ແລະ ການຖ່າຍທອດເຕັກໂນໂລຊີ, ໃນນັ້ນປະຕິບັດບັນດາກົນໄກຕາມຂໍ້ຕົກລົງ ປາຣີ, ເພື່ອບັນລຸການປ່ອຍອາຍພິດເຮືອນແກ້ວລົງຢູ່ໃນລະດັບ “0” ໃນປີ 2050”.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top