• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫລາຍປະເທດໃນໂລກຜັນຂະຫຍາຍຫລາຍມາດຕະການເພື່ອຮັບມືກັບໂລກລະບາດ Covid-19

      ວັນທີ 04 ມີນາ, ກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສະຫງວນບ້ວງເງິນດ່ວນນັບຫລາຍສິບຕື້ USD ເພື່ອສະໜອງໃຫ້ແກ່ບັນດາປະເທດສະມາຊິກ ອາດຈະມີຄວາມຕ້ອງການໜູນຊ່ວຍໃນສະພາບການໂລກລະບາດອັກເສບປອດ Covid-19 ພວມແຜ່ລະບາດໃນທົ່ວໂລກຢ່າງວ່ອງໄວ.

(ພາບປະກອບ) 
      ປັດຈຸບັນ, IMF ສະຫງວນປະມານ 50 ຕື້ USD ໂດຍຜ່ານບັນດາກົນໄກສະໜອງການເງິນດ່ວນ, ປ່ອຍເງິນໄວສຳລັບບັນດາປະເທດທີ່ມີລາຍຮັບຕ່ຳ ຫຼື ແມ່ນຕະຫລາດຫາກໍ່ພົ້ນເດັ່ນ, ໃນນັ້ນ ຈະສະຫງວນ 10 ຕື້ USD ເພື່ອໜູນຊ່ວຍໂດຍບໍ່ມີການຄິດໄລ່ດອກເບ້ຍໃຫ້ແກ່ບັນດາປະເທດທຸກຍາກກ່ວາໝູ່.
        ໃນຂະນະນັ້ນ, WB ປະກາດວ່າ: ຈະສະໜອງບ້ວງເງິນເບື້ອງຕົ້ນມີມູນຄ່າ 12 ຕື້ USD ເພື່ອ “ໜູນຊ່ວຍໃນທັນທີ” ໃຫ້ບັນດາປະເທດພວມຮັບມືກັບບັນດາການກະທົບກ່ຽວກັບເສດຖະກິດ ແລະ ສຸຂະພາບຍ້ອນໂລກລະບາດກໍ່ຂຶ້ນ.
        ຢູ່ພາກພື້ນ ເອີຣົບ, ບັນດາປະເທດໃຊ້ສະກຸນເງິນລວມ ເອີຣົບ (Eurozone) ໃຫ້ຮູ້ວ່າ: ພ້ອມແລ້ວທີ່ຈະນຳໃຊ້ທຸກເຄື່ອງມືນະໂຍບາຍທີ່ເໝາະສົມ ເພື່ອຮັບປະກັນໃຫ້ເສດຖະກິດພາກພື້ນເຕີບໂຕຢ່າງແຮງ ແລະ ຍືນຍົງ, ພິເສດແມ່ນເອົາໃຈໃສ່ເຖິງບັນດາມາດຕະການການເງິນໃນກໍລະນີຈຳເປັນ.
        ຢູ່ບັນດາປະເທດ ອິນໂດເນເຊຍ, ຍີ່ປຸ່ນ, ການາດາ, ອາຟຣີກາໃຕ້ ກໍ່ກຽມພ້ອມບັນດາມາດຕະການເພື່ອຮັບມືກັບໂລກລະບາດ Covid-19.
 (ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top