ຂ່າວສານ
ສປຊ ສະໜັບສະໜູນ ຫວຽດນາມ ຮັບດຳລົງບົດບາດປະທານກອງປະຊຸມສຳຫຼວດກວດຄືນສົນທິສັນຍາບໍ່ເຜີຍແຜ່ອາວຸດນິວເຄຼຍ
ໃນການພົບປະ, ທ່ານ António Guterres ເລຂາທິການໃຫຍ່ ສປຊ ໄດ້ເນັ້ນໜັກເຖິງການສະໜັບສະໜູນສຳລັບ ຫວຽດນາມ ແລະ ສ່ວນຕົວທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ ໃນບົດບາດເປັນປະທານຂອງກອງປະຊຸມສຳຫຼວດກວດຄືນສົນທິສັນຍາ NPT ເຊິ່ງຈະດຳເນີນແຕ່ວັນທີ 27 ເມສາ ຫາວັນທີ 22 ພຶດສະພາ, ພ້ອມທັງເຊື່ອໝັ້ນວ່າ ກອງປະຊຸມຈະບັນລຸໝາກຜົນຢ່າງຕັ້ງໜ້າ, ປະກອບສ່ວນຢ່າງແທດຈິງເຂົ້າໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ເນື່ອງໃນໂອກາດນີ້, ທ່ານ ເລຂາທິການໃຫຍ່ António Guterres ໄດ້ຕີລາຄາສູງບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ຕໍ່ລັດທິຫຼາຍຝ່າຍ, ທ່ານມີຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືລະຫວ່າງ ສປຊ ແລະ ຫວຽດນາມ ໃນບັນດາຂົງເຂດຫຼາຍກວ່າອີກ, ໂດຍສະເພາະແມ່ນການພັດທະນາແບບຍືນຍົງ ແລະ ແກ້ໄຂບັນດາບັນຫາທົ່ວໂລກ.
ໃນຖານະເປັນປະທານທີ່ໄດ້ຮັບການບົ່ງຕົວຂອງກອງປະຊຸມສຳຫຼວດກວດຄືນສົນທິສັນຍາ NPT ຄັ້ງທີ 11, ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍເຄົາລົບການຮ່ວມມື, ການໜູນຊ່ວຍຂອງ ສປຊ ໃນວິວັດທະນາການພັດທະນາ ແລະ ເຊື່ອມໂຍງສາກົນ, ທ່ານປາດຖະໜາວ່າ ສອງຝ່າຍຈະເພີ່ມທະວີການຮ່ວມມືໃນທຸກເສົາຄ້ຳ - ສັນຕິພາບ ແລະ ຄວາມໝັ້ນຄົງ, ການພັດທະນາແບບຍືນຍົງ ແລະ ຊຸກຍູ້ສິດທິມະນຸດຫຼາຍກວ່າອີກ.








