ວັນທີ 6 ພຶດສະພາ (ຕາມເວລາທ້ອງຖິ່ນ), ຢູ່ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ຢູ່ຊູດັງໃຕ້ ໄດ້ດຳເນີນພິທີປະດັບຫຼຽນກາເພື່ອພາລະກິດແຫ່ງການປົກປັກຮັກສາສັນຕິພາບ ສປຊ. ມີພະນັກງານການແພດ, ທ່ານໝໍ, ນັກເຕັກນິກ, ພະນັກງານພາລາທິການ ແລະ ຜູ້ບັນຊາການທັງໝົດ 63 ຄົນຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 6 ໄດ້ຮັບຫຼຽນກາ. ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS) ເຊິ່ງແມ່ນໜຶ່ງໃນບັນດາຈຸດຮ້ອນເຮັ່ງທີ່ສຸດກ່ຽວກັບບັນຫາມະນຸດສະທຳ ໃນໂລກ. ກ່າວຄຳເຫັນທີພິທີ, ທ່ານ ພົນຕີ Mohan Sabramanian ຜູ້ບັນຊາການ ຄະນະປະຕິບັດງານທາງບົກ ເນັ້ນໜັກວ່າ:
ໂຮງໝໍກາງສະໜາມຂັ້ນສອງເລກ 6 ໄດ້ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບການມອບໝາຍ. ພວກເພື່ອນບໍ່ພຽງແຕ່ນຳມາເຊິ່ງການຊ່ວຍເຫຼືອທາງການແພດ ເທົ່ານັ້ນ ຫາກຍັງແຜ່ກະຈາຍຄູນຄ່າຂອງສັນຕິພາບ, ຄວາມເມດຕາປານີ, ຮັກແພງກັນ ແລະ ພາບພົດຂອງ ຫວຽດນາມທີ່ເຕັມໄປດ້ວຍຄວາມວັດທະນະທຳມະນຸດ, ມີລະບຽບວິໄນ, ມີຄວາມໄວ້ເນື້ອເຊື່ອໃຈໃນປະຊາຄົມສາກົນອີກດ້ວຍ.