• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ລັດຖະບານ​ເອ​ເລັກ​ໂຕ​ນິກ ​ແລະ ປະຕິ​ຮູບ​​ລະບຽບການ​ບໍລິຫານ​ຕ້ອງ​ຖື​ປະຊາຊົນ​ ​ແລະ ວິ​ສາ​ຫະກິດ​​ເປັນ​ໃຈກາງ​ເພື່ອ​ຮັບ​ໃຊ້

ໃນໄລຍະຜ່ານມາ, ບາງລະບົບຂໍ້ມູນພື້ນຖານຂອງລັດຖະບານເອເລັກໂຕນິກໄດ້ນໍາເຂົ້າໃຊ້ງານ ແລະ ໄດ້ເສີມຂະຫຍາຍປະສິດທິຜົນ.
ວັນທີ 10 ສິງຫາ, ຢູ່ສໍານັກງານລັດຖະບານ, ທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ, ຫົວໜ້າໜ່ວຍປະຕິບັດງານຂອງນາຍົກລັດຖະມົນຕີ ໄດ້ເຮັດວຽກກັບການນໍາ 10 ກະຊວງກ່ຽວກັບສະພາບການຜັນຂະຫຍາຍບັນດາໜ້າທີ່ທີ່ໄດ້ຮັບການມອບໝາຍ ເຊິ່ງກ່ຽວຂ້ອງເຖິງການກໍ່ສ້າງລັດຖະບານເອເລັກໂຕນິກ ແລະ ການປະຕິບຮູບລະບຽບການບໍລິຫານ.

ທ່ານລັດຖະມົນຕີ ມາຍຕ໊ຽນຢຸງ ກ່າວຄໍາເຫັນທີ່ການເຮັດວຽກ (ພາບ: VGP) 

 ໃນໄລຍະຜ່ານມາ, ບາງລະບົບຂໍ້ມູນພື້ນຖານຂອງລັດຖະບານເອເລັກໂຕນິກໄດ້ນໍາເຂົ້າໃຊ້ງານ ແລະ ໄດ້ເສີມຂະຫຍາຍປະສິດທິຜົນ. ໃນວັນທີ 14 ສິງຫາ ຈະມາເຖິງນີ້ ຈະເປີດໂຕສູນຂໍ້ມູນຂ່າວສານ, ຊີ້ນໍາການບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ ແລະ ປະກາດການບໍລິການສາທາລະນະນະອັນດັບ 1.000 ທີ່ໄດ້ນໍາໃຊ້ເຂົ້າໃນປະຕູຖານບໍລິການສາທາລະນະແຫ່ງຊາດ.

        ຕາມທ່ານລັດຖະມົນຕີ ມາຍຕ໊ຽນຢຸງ ໃນຈຸດເວລາທີ່ໂລກລະບາດໂຄວິດ - 19 ພວມມີການຜັນແປສັບສົນ, ຄວາມຕ້ອງການນໍາໃຊ້ເຕັກໂນໂລຢີຂອງປະຊາຊົນ ແລະ ວິສາຫະກິດແມ່ນໃຫຍ່ຫຼວງທີ່ສຸດ, ການຜັນຂະຫຍາຍລັດຖະບານເອເລັກໂຕນິກມີຄວາມໝາຍສໍາຄັນຍິ່ງ. ທ່ານລັດຖະມົນຕີ ມາຍຕ໊ຽນຢຸງ ສະເໜີບັນດາກະຊວງຕ້ອງສ້າງລະບົບລາຍງານໃຫ້ສົມບູນແບບ ແລະ ປະກາດໃຊ້ຈົດໝາຍທາງລັດຖະການແນະນໍາຢ່າງລະອຽດເພື່ອເປັນເອກະພາບນັບແຕ່ຂັ້ນຕາແສງ ຕະຫຼອດຮອດຂັ້ນສູນກາງ ດ້ວຍເປົ້າໝາຍ ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງຮັບໃຊ້. 

(ແຫຼ່ງຄັດຈາກ VOV)

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top