ຮ່າງກົດໝາຍວ່າດ້ວຍຄວາມປອດໄພທາງໄຊເບີ ໄດ້ຮັບການສ້າງຂຶ້ນບົນພື້ນຖານການລວບລວມຂໍ້ກຳນົດຂອງກົດໝາຍວ່າດ້ວຍຄວາມປອດໄພດ້ານຂໍ້ມູນຂ່າວສານທາງໄຊເບີ ປີ 2015 (ສະບັບປັບປຸງ, ເພີ່ມເຕີມປີ 2018) ແລະ ກົດໝາຍວ່າດ້ວຍຄວາມປອດໄພທາງໄຊເບີປີ 2018, ໃນນັ້ນ ໄດ້ເພີ່ມເຕີມບາງຂໍ້ກຳນົດກ່ຽວກັບບັນດາບັນຫາຮີບດ່ວນທີ່ເກີດຂຶ້ນໃໝ່, ສົ່ງຜົນກະທົບຢ່າງໜັກໜ່ວງເຖິງຊີວິດສັງຄົມ ຍ້ອນການພັດທະນາຢ່າງກະໂດດຂັ້ນຂອງວິທະຍາສາດ, ເຕັກໂນໂລຢີໃນຍຸກສະໄໝໃໝ່. ທ່ານ ຕະດິ່ງທີ, ຄະນະສະມາຊິກສະພາແຫ່ງຊາດ ຮ່າໂນ້ຍ ໃຫ້ຂໍ້ສັງເກດວ່າ:
“ບັນດາເປົ້າໝາຍສໍ້ໂກງມັກນຳໃຊ້ບັນດາຂໍ້ມູນສ່ວນຕົວທີ່ຖືກເປີດເຜີຍຄວາມລັບທາງໄຊເບີ ແລະ ນຳໃຊ້ບັນດາຂໍ້ມູນເຫຼົ່ານັ້ນ ເພື່ອປະຕິບັດບັນດາການກະທຳລະເມີດກົດໝາຍ. ດັ່ງນັ້ນ, ກົດໝາຍວ່າດ້ວຍຄວາມປອດໄພທາງໄຊເບີ 2025 ຈະຍົກສູງ, ຈຸດສຸມແມ່ນເພື່ອປົກປ້ອງຂໍ້ມູນສ່ວນຕົວ, ໃຫ້ສອດຄ່ອງ ແລະ ຖືກກັບສະພາບການໃໝ່”.
ຄາດວ່າ ຮ່າງກົດໝາຍວ່າດ້ວຍຄວາມປອດໄພທາງໄຊເບີ ຈະໄດ້ຮັບການຮັບຮອງເອົາໃນກອງປະຊຸມສະໄໝສາມັນຄັ້ງນີ້.
ໃນຕອນເຊົ້າຂອງວັນດຽວກັນ, ຢູ່ຫໍປະຊຸມ, ບັນດາສະມາຊິກສະພາແຫ່ງຊາດ ກໍໄດ້ຮັບຟັງໃບສະເໜີຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຢີ.








