ຂ່າວສານ

ສ້າງ​ນະ​ໂຍ​ບາຍ​ກົດ​ໝາຍ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​ໃຫ້​ສົມ​ບູນ​ແບບ

ໃນຂອບເຂດຂອງກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ທີ່ພວມດຳເນີນຢູ່ ຮ່າໂນ້ຍ, ຕອນເຊົ້າວັນທີ 31 ຕຸລາ, ບັນດາສະມາຊິກສະພາແຫ່ງຊາດໄດ້ຮັບຟັງການຍື່ນໃບສະເໜີ, ບົດລາຍງານການສືບສວນ ແລະ ປຶກສາຫາລືກ່ຽວກັບຮ່າງກົດໝາຍຈຳນວນໜຶ່ງ, ໃນນັ້ນ ມີກົດໝາຍວ່າດ້ວຍຄວາມປອດໄພທາງໄຊເບີ.
ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ຈະພິຈາລະນາຮັບຮອງເອົາຮ່າງກົດໝາຍສຳຄັນຫຼາຍສະບັບ

ຮ່າງກົດໝາຍວ່າດ້ວຍຄວາມປອດໄພທາງໄຊເບີ ໄດ້ຮັບການສ້າງຂຶ້ນບົນພື້ນຖານການລວບລວມຂໍ້ກຳນົດຂອງກົດໝາຍວ່າດ້ວຍຄວາມປອດໄພດ້ານຂໍ້ມູນຂ່າວສານທາງໄຊເບີ ປີ 2015 (ສະບັບປັບປຸງ, ເພີ່ມເຕີມປີ 2018) ແລະ ກົດໝາຍວ່າດ້ວຍຄວາມປອດໄພທາງໄຊເບີປີ 2018, ໃນນັ້ນ ໄດ້ເພີ່ມເຕີມບາງຂໍ້ກຳນົດກ່ຽວກັບບັນດາບັນຫາຮີບດ່ວນທີ່ເກີດຂຶ້ນໃໝ່, ສົ່ງຜົນກະທົບຢ່າງໜັກໜ່ວງເຖິງຊີວິດສັງຄົມ ຍ້ອນການພັດທະນາຢ່າງກະໂດດຂັ້ນຂອງວິທະຍາສາດ, ເຕັກໂນໂລຢີໃນຍຸກສະໄໝໃໝ່. ທ່ານ ຕະດິ່ງທີ, ຄະນະສະມາຊິກສະພາແຫ່ງຊາດ ຮ່າໂນ້ຍ ໃຫ້ຂໍ້ສັງເກດວ່າ:

“ບັນດາເປົ້າໝາຍສໍ້ໂກງມັກນຳໃຊ້ບັນດາຂໍ້ມູນສ່ວນຕົວທີ່ຖືກເປີດເຜີຍຄວາມລັບທາງໄຊເບີ ແລະ ນຳໃຊ້ບັນດາຂໍ້ມູນເຫຼົ່ານັ້ນ ເພື່ອປະຕິບັດບັນດາການກະທຳລະເມີດກົດໝາຍ. ດັ່ງນັ້ນ, ກົດໝາຍວ່າດ້ວຍຄວາມປອດໄພທາງໄຊເບີ 2025 ຈະຍົກສູງ, ຈຸດສຸມແມ່ນເພື່ອປົກປ້ອງຂໍ້ມູນສ່ວນຕົວ, ໃຫ້ສອດຄ່ອງ ແລະ ຖືກກັບສະພາບການໃໝ່”.

ຄາດວ່າ ຮ່າງກົດໝາຍວ່າດ້ວຍຄວາມປອດໄພທາງໄຊເບີ ຈະໄດ້ຮັບການຮັບຮອງເອົາໃນກອງປະຊຸມສະໄໝສາມັນຄັ້ງນີ້.

ໃນຕອນເຊົ້າຂອງວັນດຽວກັນ, ຢູ່ຫໍປະຊຸມ, ບັນດາສະມາຊິກສະພາແຫ່ງຊາດ ກໍໄດ້ຮັບຟັງໃບສະເໜີຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຢີ.


top