ມະຕິໄດ້ວາງອອກ 5 ທັດສະນະພັດທະນາຂອງນະຄອນຫຼວງໃນໄລຍະຈະມາເຖິງ, ໃນນັ້ນ, ຢັ້ງຢືນ ນະຄອນຫຼວງ ຮ່າໂນ້ຍ ແມ່ນສູນການເມືອງ - ການບໍລິຫານແຫ່ງຊາດທີ່ສຳຄັນທີ່ສຸດ; ແມ່ນສູນສ້າງສາ, ສວມບົດບາດນຳພາ, ກຳນົດຮູບແບບ ແລະ ຈິນຕະນາການພັດທະນາໃໝ່…
ມະຕິສະບັບດັ່ງກ່າວວາງອອກບັນດາເປົ້າໝາຍ, ຮອດປີ 2035, ນະຄອນຫຼວງ ຮ່າໂນ້ຍ ກາຍເປັນຕົວເມືອງສີຂຽວ, ອັດສະລິຍະ, ທັນສະໄໝ; ເຕົ້າໂຮມບັນດາຈຸດຍອດຍິ່ງຂອງວັດທະນະທຳ, ເຊື່ອມໂຍງສາກົນນັບມື້ນັບເລິກເຊິ່ງກວ້າງຂວາງ; ມີກຳລັງຄວາມສາມາດແກ້ງແຍ້ງສູງ, ການເມືອງ - ສັງຄົມມີສະຖຽນລະພາບ, ເປັຍນະ ຄອນທີ່ສະຫງົບ, ປະຊາຊົນມີຄວາມຜາສຸກ, ກາຍເປັນຈຸດໝາຍປາຍທາງທີ່ປອດໄພ, ເປັນມິດສະໜິດສະໜົມ ແລະ ດູດດື່ມ. ຮອດປີ 2045, ຮ່າໂນ້ຍ ຈະກາຍເປັນສູນນະວັດຕະກຳທີ່ສຳຄັນຂອງພາກພື້ນ ອາຊີ - ປາຊີຟິກ, ບ່ອນເຕົ້າໂຮມພູມປັນຍາ ແລະ ເຕັກໂນໂລຢີ; ພື້ນຖານໂຄງລ່າງ, ການຄຸ້ມຄອງບໍລິຫານຕົວເມືອງທີ່ທັນສະໄໝ; ການດຳລົງຊີວິດຂອງປະຊາຊົນມີຄຸນນະພາບສູງກວ່າ; ສັງຄົມອັດສະລິຍະ, ປອດໄພ, ໜ້າຢູ່, ມີຄວາມຜາສຸກ. ມຸ່ງໄປເຖິງ 100 ປີແຫ່ງວັນປົດປ່ອຍນະຄອນຫຼວງ (1954 – 2054) ແລະ ຮອດປີ 2065: ນະຄອນຫຼວງ ຮ່າໂນ້ຍ ແມ່ນນະຄອນທົ່ວໂລກ, ມີລະດັບພັດທະນາສູງ ແລະ ຍືນຍົງ; ຕິດໃນກຸ່ມບັນດານະຄອນຫຼວງມີຄຸນນະພາບຊີວິດ ແລະ ຄວາມຜາສຸກສູງໃນໂລກ.








