• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ຍຸດ​ທະ​ສາ​ດ​ພັດ​ທະ​ນາ​ສິນ​ໃນ​ນ້ຳ​ແບບ​ຍືນ​ຍົງ​ບົນ​ພື້ນ​ຖານ​ມະ​ຕິ​ກ່ຽວ​ກັບ​ເສດ​ຖະ​ກິດ​ທະ​ເລ

ເວ​ລາ​ຜ່ານ, ມາບັນ​ດາ​ຂະ​ແໜງ​ການ, ທ້ອງ​ຖິ່ນ​ໄດ້​ສຸມ​ໃສ່​ສຳຫຼວດກວດ​ຄືນ, ແກ້​ໄຂ​ບັນ​ດາ​ຂໍ້​ຕິດ​ຂັດ​ຕ​າມ​ການ​ສະ​ເໜີ​ຂອງ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC), ເພີ່ມ​ທະ​ວີ​​ເຄື່ອງ​ອຸ​ປະ​ກອນ​ຕິດ​ຕາມ​ການ​ເດີນ​ທາງ (VMS) ແລະ ຕິດ​ຕາມ​ກຳ​ປັ່ນ​ຫາ​ປາ​ຜ່ານ​ລະ​ບົບ VMS
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: VNA)

ຕອນ​ເຊົ້າ​ວັນ​ທີ 28 ກໍ​ລະ​ກົດ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ​ທີ່ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 35, ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຕ້ານ​ກາ​ນ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ແບບ​ຜິດ​ກົດ​ໝາຍ, ບໍ່​ລາຍ​ງານ ແລະ ບໍ່​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ ແລະ ​ພັດ​ທ​ະ​ນາ​ ​ຂະ​ແໜງ​ສິນ​ໃນ​ນ້ຳ ແບບ​ຍືນ​ຍົງ (ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ IUU)

ຢູ່ກອງ​ປ​ະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໂຮ່ກວັກ​ຢຸງ ໄດ້​ເນັ້ນ​ໜັກ​ວ່າ ເວ​ລາ​ຜ່ານ, ມາບັນ​ດາ​ຂະ​ແໜງ​ການ, ທ້ອງ​ຖິ່ນ​ໄດ້​ສຸມ​ໃສ່​ສຳຫຼວດກວດ​ຄືນ, ແກ້​ໄຂ​ບັນ​ດາ​ຂໍ້​ຕິດ​ຂັດ​ຕ​າມ​ການ​ສະ​ເໜີ​ຂອງ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC), ເພີ່ມ​ທະ​ວີ​​ເຄື່ອງ​ອຸ​ປະ​ກອນ​ຕິດ​ຕາມ​ການ​ເດີນ​ທາງ (VMS) ແລະ ຕິດ​ຕາມ​ກຳ​ປັ່ນ​ຫາ​ປາ​ຜ່ານ​ລະ​ບົບ VMS, ຄຸ້ມ​ຄອງ​ບໍ​ລິ​ຫານ​ການ​ເຄື່ອນ​ໄຫວ​ເຂົ້າ​ອອກ​ທ່າ​ກຳ​ປັ່ນ​ຢ່າງ​ແໜ້ນ​ແຟ້ນ. ວຽກ​ງານ​ຄົ້ນ​ຫາ​ຕົ້ນ​ກຳ​ເນີນ​ຂອງ​ສິນ​ໃນ​ນ້ຳ ໄດ້​ຮັບ​ປະ​ກັນ​ລັກ​ສະ​ນ​ະ​ໂປ່ງ​ໃສ​ເທື່ອ​ລະ​ກ້າວ.

ໃນ​ອາ​ທິດ​ຈະ​ມາ​ເຖິງ, ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ​ຕ້ອງ​ຈັດ​ກອງ​ປະ​ຊຸມ​ເພື່ອ​ຜັນ​ຂະ​ຫຍາຍ​ແຜນ​ການ​ນີ້ ແລະ ປຸກ​ລະ​ດົມ​ບັ້ນ​ເຄື່ອ​ນ​ໄຫວຈຸດ​ສູງ. ສະ​ເໜີ​ການ​ນຳ​ບັນ​ດາ​ກະ​ຊວງ​ຂະ​ແໜງ​ການ​ເຂົ້າ​ຮ່ວມ​ຢ່າງ​ຂ້ຽວ​ຂາດ, ບັນ​ດາ​ທ້ອງ​ຖິ່ນ​ບົນ​ພື້ນ​ຖານ​ແຜນ​ການ​ຂອ​ງ​ລັດ​ຖະ​ບານ​ສ້າງ​ແຜນ​ການ​ລະ​ອຽດ​ເພື່ອ​ຜັ​ນ​ຂະ​ຫຍາຍ​ປະ​ຕິ​ບັດ​ໃຫ້​ແກ່​ຂະ​ແໜງ​ຕົນ, ທ້ອງ​ຖິ່ນ​ຕົນ. ແກ້​ໄຂ​ຂໍ້​ຄົງ​ຂ້າງໂດຍ​ພື້ນ​ຖານ, ສຸມ​ໃສ່​ແກ້​ໄຂ​ບັນ​ດາ​ກໍ​ລະ​ນີ​ຍັງ​ຄົງ​ຂ້າງ​ແຕ່​ປີ 2024 ມາ​ຮອດ​ປັດ​ຈຸ​ບັນ.

(ແຫຼ່ງຄັດຈາກ VOV)

ກອງ​ປະຊຸມ​ວິ​ສາ​ມັນ​ຄັ້ງ​ທີ 1 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI ຈະ​ດຳ​ເນີນ​ໃນ​ອາ​ທິດ​ໜ້າ

ກອງ​ປະຊຸມ​ວິ​ສາ​ມັນ​ຄັ້ງ​ທີ 1 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI ຈະ​ດຳ​ເນີນ​ໃນ​ອາ​ທິດ​ໜ້າ

ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຫາ​ກໍ່​ອອກ​ໜັງ​ສື​ຮ​ຽກ​ໂຮມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ທີ 1, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI, ເຊິ່ງ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 3 – 24 ສິງ​ຫາ. ສະ​ພາ​ແຫ່ງ​ຊາດ​ຈະ​ໂຮມ​ປະ​ຊຸມ​ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດໃນ 2 ງວດ.

Top