• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງລັດແຫ່ງນິຕິບັດຍັດສັງຄົມນິຍົມຫວຽດນາມ ໃຫ້ສົມບູນແບບ

      ໃນສະພາບການຫັນເປັນໂລກາພິວັດ, ເຊື່ອມໂຍງເຂົ້າກັບສາກົນ ໄດ້ສົ່ງຜົນກະທົບຕໍ່ທຸກດ້ານໃນຊີວິດສັງຄົມຢ່າງເລິກເຊິ່ງກ້ວາງຂວາງ, ໄດ້ວາງອອກຄຳຮຽກຮ້ອງອັນຈຳເປັນກ່ຽວກັບການສືບຕໍ່ປະຕິຮູບພື້ນຖານຕຸລາການຫວຽດນາມ ຢ່າງແຮງ
ທ່ານປະທານປະເທດ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມສຳມະນາ (ພາບ: TTXVN)
      ຕອນເຊົ້າວັນທີ 17 ມັງກອນ, ຢູ່ນະຄອນ ດ່ານັງ, ຄະນະຊີ້ນຳສ້າງແຜນຮ່າງຍຸດທະສາດ ສ້າງລັດແຫ່ງນິຕິບັດຍັດສັງຄົມນິຍົມຫວຽດນາມ ໃຫ້ສົມບູນແບບ ໄດ້ຈັດກອງປະຊຸມສຳມະນາແຫ່ງຊາດດ້ວຍຫົວເລື່ອງ “ສືບຕໍ່ຍູ້ແຮງ, ຍົກສູງປະສິດທິຜົນການປະຕິຮູບດ້ານຕຸລາການ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ສ້າງລັດແຫ່ງນິຕິບັດຍັດສັງຄົມນິຍົມຫວຽດນາມ ໃຫ້ສົມບູນແບບຮອດປີ 2030, ການກຳນົດທິດຮອດປີ 2045”. ທ່ານປະທານປະເທດ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການສ້າງແຜນຮ່າງ ເປັນປະທານກອງປະຊຸມສຳມະນາ.
      ທີ່ກອງປະຊຸມຊຸມສຳມະນາ, ບັນດາຜູ້ແທນໄດ້ຍົກອອກຫຼາຍຄຳເຫັນຢ່າງສຸດຈິດສຸດໃຈ, ບັນດານັກຊ່ຽວຊານ, ນັກວິທະຍາສາດຖືວ່າ, ເມື່ອສ້າງລັດແຫ່ງນິຕິບັດຍັດສັງຄົມນິຍົມຢູ່ຫວຽດນາມ ຕ້ອງຕິດພັນກັບບັນດາຈຸດທີ່ເປັນເອກະລັກສະເພາະຂອງລັດແຫ່ງນິຕິບັດຍັດສັງຄົມນິຍົມ. ທ່ານປະທານປະເທດ ຫງວຽນຊວັນຟຸກ ຖືວ່າ, ໃນສະພາບການຫັນເປັນໂລກາພິວັດ, ເຊື່ອມໂຍງເຂົ້າກັບສາກົນ ໄດ້ສົ່ງຜົນກະທົບຕໍ່ທຸກດ້ານໃນຊີວິດສັງຄົມຢ່າງເລິກເຊິ່ງກ້ວາງຂວາງ, ໄດ້ວາງອອກຄຳຮຽກຮ້ອງອັນຈຳເປັນກ່ຽວກັບການສືບຕໍ່ປະຕິຮູບພື້ນຖານຕຸລາການຫວຽດນາມ ຢ່າງແຮງ:
      ການປະຕິຮູບດ້ານຕຸລາການຕ້ອງດຳເນີນພ້ອມກັບການປ່ຽນໃໝ່ວຽກງານນິຕິບັນຍັດ ແລະ ບໍລິຫານຢ່າງຄົບຊຸດ ເພື່ອຮັບປະກັນຫຼັກການສິດອຳນາດຂອງລັດແມ່ນມີຄວາມເປັນເອກະພາບ ມີການຈັດແບ່ງວຽກງານ, ສົມທົບກັນ, ກວດກາລະຫວ່າງບັນດາອົງການຂອງລັດ ໃນການປະຕິບັດ ບັນດາສິດນິຕິບັນຍັດ, ບໍລິຫານ ແລະ ຕຸລາການ. ການປະຕິຮູບດ້ານຕຸລາການ ມຸ່ງໄປເຖິງການປົກປັກຮັກສາ ແລະ ຮັບປະກັນປະຊາທິປະໄຕ, ຄວາມຍຸດຕິທຳ, ສິດທິມະນຸດ, ສິດຂອງພົນລະເມືອງ, ເຄົາລົບກົດໝາຍ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top