• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງຍຸດທະສາດຊັບສິນທາງປັນຍາ, ສ້າງກຳລັງໜູນພັດທະນາເສດຖະກິດ - ສັງຄົມ

      ສ້າງຍຸດທະສາດກ່ຽວກັບຊັບສິນທາງປັນຍາຈະແມ່ນພື້ນຖານ, ສ້າງກຳລັງໜູນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ກ້າວໄປເຖິງນຳ ຫວຽດນາມ ກາຍເປັນປະເທດປ່ຽນແປງໃໝ່ປະດິດຄິດສ້າງໃນໄລຍະຈະມາເຖິງ.
            ນີ້ແມ່ນເນື້ອໃນໄດ້ເນັ້ນໜັກທີ່ການໂອ້ລົມສົນທະນາປະກອບຄຳຄິດເຫັນໃສ່ຮ່າງຍຸດທະສາດຊັບສິນທາງປັນຍາຮອດປີ 2030 ໂດຍກົມຊັບສິນທາງປັນຍາ (ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ) ຈັດຕັ້ງໃນຕອນເຊົ້າວັນທີ 03 ເມສາ ຢູ່ນະຄອນ ໂຮ່ຈີມິນ.
        ຮ່າງຍຸດທະສາດຊັບສິນທາງປັນຍາຮອດປີ 2030 ໄດ້ວາງບັນດາຄາດໝາຍລະອຽດຫລາຍຢ່າງ, ໃນນັ້ນ ສູ້ຊົນຮອດປີ 2030, ດັດຊະນີກ່ຽວກັບຊັບສິນທາງປັນຍາໃນດັດຊະນີປະດິດຄິດສ້າງທົ່ວໂລກ (GII) ເພີ່ມຂຶ້ນໃນລະດັບປານກາງ 10%; ສ້າງຕັ້ງ ແລະ ພັດທະນາບັນດາຂະແໜງອຸດສາຫະກຳທີ່ນຳໃຊ້ຊັບສິນທາງປັນຍາ, ປະກອບສ່ວນເຂົ້າໃນ GDP; ສູ້ຊົນຮອດປີ 2025, ມີວິສາຫະກິດ ຫວຽດນາມ ຢ່າງໜ້ອຍສຸດ 25% ແລະ ຮອດປີ 2030 ໜ້ອຍສຸດແມ່ນ 50% ນຳເຄື່ອງມືຊັບສິນທາງປັນຍາເຂົ້າໃນຍຸດທະສາດການຜະລິດ, ດຳເນີນທຸລະກິດ.
 (ແຫຼ່ງຄັດຈາກ VOV)

ເປັ​ນ​ເຈົ້າ​ການ​ຕັ້ງ​ໜ້າ​ປະ​ຕິ​ບັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ບັນ​ລຸ ສອງ​ຕົວ​ເລກ

ເປັ​ນ​ເຈົ້າ​ການ​ຕັ້ງ​ໜ້າ​ປະ​ຕິ​ບັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ບັນ​ລຸ ສອງ​ຕົວ​ເລກ

ຕອນຄ່ຳວັນທີ 10 ມັງກອນ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມສະຫຼຸບວຽກງານການຕ່າງປະເທດເສດຖະກິດປີ 2025ແລະ ຜັນຂະຫຍາຍໜ້າທີ່ປີ 2026.

Top