• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວ​ນ​ຊົນ​ລາວ ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ສຳ​ເລັດ​ຂອງ​ການ​ພັດ​ທະ​ນາ ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ 79 ປີ​ຜ່ານ​ມາ

ບົດຂຽນໄດ້ເອົາລົງໃນໜັງສືພິມ ປະເທດລາວ ສະບັບອອກໃນວັນທີ 2 ກັນຍາ ດ້ວຍຫົວຂໍ້ “79 ປີແຫ່ງການພັດທະນາຂອງປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ” ໄດ້ເຕື້ອງເຖິງເຫດການປະຫວັດສາດໃນວັນທີ 2/9/1945 ຢູ່ນະຄອນຫຼວງ ຮ່າໂນ້ຍ.
ສື່ມວນຊົນລາວ ຕີລາຄາສູງບັນດາຜົນສຳເລັດຂອງການພັດທະນາ ຂອງຫວຽດນາມໃນໄລຍະ 79ປີຜ່ານມາ

ເນື່ອງໃນໂອກາດສະເຫຼີມສະຫຼອງ 79ປີແຫ່ງວັນຊາດ ປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2/9/1945 – 2/9/2024), ວັນທີ 2 ກັນຍາ, ສື່ມວນຊົນລາວໄດ້ລົງບົດຂຽນເປັນຈຳນວນຫຼາຍຍ້ອງຍໍສັນລະເສີນຜົນສຳເລັດອັນຍິ່ງໃຫຍ່ຂອງ ຫວຽດນາມ ທີ່ບັນລຸໄດ້ໃນໄລຍະ 79 ປີຜ່ານມາ ແລະ ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ.

ບົດຂຽນໄດ້ເອົາລົງໃນໜັງສືພິມ ປະເທດລາວ ສະບັບອອກໃນວັນທີ 2 ກັນຍາ ດ້ວຍຫົວຂໍ້ “79 ປີແຫ່ງການພັດທະນາຂອງປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ” ໄດ້ເຕື້ອງເຖິງເຫດການປະຫວັດສາດໃນວັນທີ 2/9/1945 ຢູ່ນະຄອນຫຼວງ ຮ່າໂນ້ຍ, ໂດຍປະທານໂຮ່ຈີມິນຜູ້ຕາງໜ້າລັດຖະບານຊົ່ວຄາວ ໄດ້ອ່ານ ບົດຖະແຫຼງປະກາດເອກະລາດ ສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ປັດຈຸບັນ ແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຕໍ່ໜ້າປະຊາຊົນຫວຽດນາມ ໝົດທຸກຄົນ ແລະ ໂລກ.

ເມື່ອເຕື້ອງເຖິງ ການພົວພັນ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ, ບົດຂຽນໄດ້ຢັ້ງຢືນວ່າ ນີ້ແມ່ນການພົວພັນບໍລິສຸດຜຸດຜ່ອງ, ໃສແຈ້ງ, ເຄົາລົບນັບຖື ແລະ ມີການຊ່ວຍເຫຼືອເຊິ່ງກັນແລະກັນຢ່າງສຸດໃຈ. ຜ່ານຜ່າຄວາມຫຍຸ້ງຍາກລຳບາກ, ການພົວພັນນັ້ນ ນັບມື້ນັບມີຄວາມສະໜິດຕິດພັນກ່ວາເກົ່າ.

ແລະກໍ່ໃນວັນດຽວກັນ, ວິທະຍຸກະຈາຍສຽງແຫ່ງຊາດ ລາວ, ໂທລະພາບແຫ່ງຊາດ ລາວ ໄດ້ອອກອາກາດຫຼາຍເນື້ອໃນກ່ຽວກັບ 79 ປີແຫ່ງການກໍ່ສ້າງ ແລະ ພັດທະນາປະເທດ ຫວຽດນາມ ກໍ່ຄືຢັ້ງຢືນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່ງ ຫວຽດນາມ - ລາວ ແມ່ນການພົວພັນແບບຢ່າງທີ່ຫາຍາກໃນການພົວພັນສາກົນ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top