• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນ​ສາ​ກົນ: ກາ​ລະ​ໂອ​ກາດ​ເປີດກວ້າງ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ ກັບ ເອີ​ລົບ

ບັນ​ດາ​ສຳ​ນັກ​ຂ່າວ​ສານ Reuters, AFP ແລະ Berliner Tageszeitung ໃຫ້​ຮູ້​ວ່າ​ສັນ​ຍາ​ໄດ້​ສ້າງ​ການ​ຄັດ​ເລືອກ​ຕະຫຼາດ​ຕື່ມ​ໃຫ້ ຫວຽດ​ນາມ, ປະ​ກອບ​ສ່ວນ​ຫັນ​ການ​ພົວ​ພັນ​ນຳ​ເຂົ້າ​ສົ່ງ​ອອກ​ເປັນຫຼາຍ​ຮູບ​ແບບ ແລະ ຈຳ​ກັດ​ຄວາມ​ສ່ຽງ​ເມື່ອ​ການ​ເຄື່ອນ​ໄຫວ​ທາງ​ການ​ຄ້າ​ຖືກ​ຜົນ​ກະ​ທົບ​ຈາກ​ບັນ​ດາ​ມາດ​ຕະ​ການ​ອາ​ລັກ​ຂາ ຂອງ​ບັນ​ດາ​ຄູ່​ຮ່ວມ​ມື​ໃຫຍ່.
  ຫຍິບ​ເຄື່ອງ​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ​ສະ​ຫະ​ພາບ ເອີ​ລົບ (ພາບ: VNA)  

ພາຍຫຼັງ ທີ່ຫວຽດ​ນາມ ແລະ ສະ​ມາ​ຄົມ​ການ​ຄ້າ​ເສ​ລີ ເອີ​ລົບ (EFTA), ລວມ​ມີ​ນອກ​ແວ, ສະ​ວິດ, ອຽກ​ລັງ ແລະ ລິດ​ເຕີ​ສະ​ແຕນ ລົງ​ນາມ​ສັນ​ຍາ​ການ​ຄ້າ​ເສ​ລີ ໃນ​ວັນ​ທີ 18 ຕຸ​ລາ, ມີ​ສຳ​ນັກ​ຂ່າວ​ສານ​ສາ​ກົນຫຼາຍ​ແຫ່ງ​ໄດ້​ຕີ​ລາ​ຄາ​ວ່າ ສັນ​ຍາ​ບໍ່​ພຽງ​ແຕ່​ເປີດກວ້າງ​ກາ​ລະ​ໂອ​ກາດ​ການ​ຄ້າ ແລະ ການ​ລົງ​ທຶນ​ເທົ່າ​ນັ້ນ ຫາກ​ຍັງ​ສ່ອງ​ແສງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ຝ່າຍ​ເພື່ອ​ແນ​ໃສ່​ຫັນ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດເປັນຫຼາຍ​ຮູບຫຼາຍ​ແບບ, ເພີ່ມ​ຄວາມ​ສາ​ມາດ​ຮັບ​ມື​ກັບ​ບັນ​ດາ​ການ​ຜັນ​ແປ​ທາງ​ການ​ຄ້າ​ທົ່ວ​ໂລກ.

ບັນ​ດາ​ສຳ​ນັກ​ຂ່າວ​ສານ Reuters, AFP ແລະ Berliner Tageszeitung ໃຫ້​ຮູ້​ວ່າ​ສັນ​ຍາ​ໄດ້​ສ້າງ​ການ​ຄັດ​ເລືອກ​ຕະຫຼາດ​ຕື່ມ​ໃຫ້ ຫວຽດ​ນາມ, ປະ​ກອບ​ສ່ວນ​ຫັນ​ການ​ພົວ​ພັນ​ນຳ​ເຂົ້າ​ສົ່ງ​ອອກ​ເປັນຫຼາຍ​ຮູບ​ແບບ ແລະ ຈຳ​ກັດ​ຄວາມ​ສ່ຽງ​ເມື່ອ​ການ​ເຄື່ອນ​ໄຫວ​ທາງ​ການ​ຄ້າ​ຖືກ​ຜົນ​ກະ​ທົບ​ຈາກ​ບັນ​ດາ​ມາດ​ຕະ​ການ​ອາ​ລັກ​ຂາ ຂອງ​ບັນ​ດາ​ຄູ່​ຮ່ວມ​ມື​ໃຫຍ່. ​ສ່ວນ​ອົງ​ການ DW, European Interest ແລະ BriefAsia ເນັ້​ນ​ໜັກ​ເຖິ​ງ​ແງ່​ຫວັງ​ເປີດກວ້າງ​ການ​ສົ່ງ​ອອກ, ດຶງ​ດູດ​ການ​ລົງ​ທຶນ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ການ​ເຂົ້າ​ເຖິງ​ເຕັກ​ໂນ​ໂລ​ຢີ​ກ້າວ​ໜ້າ​ຈາກ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ EFTA.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ຫວັງ​ຢ່າງ​ຍິງວ່າ ຢາກ​ສະ​ຫງວນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່​ນີ້​ໃຫ້​ປະ​ຊາ​ຊົນ ຫວຽດ​ນາມ, ໃຫ້​ລຸ້ນ​ຄົນ ຫວຽດ​ນາມ ແລະ ແດນ​ມາກທີ່​ຕັ້ງ​ພື້​ນ​ຖານ, ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ໃນ​ຕະຫຼອດ​ໄລ​ຍະ 55 ປີ​ຜ່ານ​ມາ.

Top