ບັນດາສຳນັກຂ່າວສານ Reuters, AFP ແລະ Berliner Tageszeitung ໃຫ້ຮູ້ວ່າສັນຍາໄດ້ສ້າງການຄັດເລືອກຕະຫຼາດຕື່ມໃຫ້ ຫວຽດນາມ, ປະກອບສ່ວນຫັນການພົວພັນນຳເຂົ້າສົ່ງອອກເປັນຫຼາຍຮູບແບບ ແລະ ຈຳກັດຄວາມສ່ຽງເມື່ອການເຄື່ອນໄຫວທາງການຄ້າຖືກຜົນກະທົບຈາກບັນດາມາດຕະການອາລັກຂາ ຂອງບັນດາຄູ່ຮ່ວມມືໃຫຍ່.
ຫຍິບເຄື່ອງສົ່ງອອກໄປຍັງຕະຫຼາດສະຫະພາບ ເອີລົບ (ພາບ: VNA)
ພາຍຫຼັງ ທີ່ຫວຽດນາມ ແລະ ສະມາຄົມການຄ້າເສລີ ເອີລົບ (EFTA), ລວມມີນອກແວ, ສະວິດ, ອຽກລັງ ແລະ ລິດເຕີສະແຕນ ລົງນາມສັນຍາການຄ້າເສລີ ໃນວັນທີ 18 ຕຸລາ, ມີສຳນັກຂ່າວສານສາກົນຫຼາຍແຫ່ງໄດ້ຕີລາຄາວ່າ ສັນຍາບໍ່ພຽງແຕ່ເປີດກວ້າງກາລະໂອກາດການຄ້າ ແລະ ການລົງທຶນເທົ່ານັ້ນ ຫາກຍັງສ່ອງແສງຄວາມມານະພະຍາຍາມຂອງບັນດາຝ່າຍເພື່ອແນໃສ່ຫັນການພົວພັນດ້ານເສດຖະກິດເປັນຫຼາຍຮູບຫຼາຍແບບ, ເພີ່ມຄວາມສາມາດຮັບມືກັບບັນດາການຜັນແປທາງການຄ້າທົ່ວໂລກ.
ບັນດາສຳນັກຂ່າວສານ Reuters, AFP ແລະ Berliner Tageszeitung ໃຫ້ຮູ້ວ່າສັນຍາໄດ້ສ້າງການຄັດເລືອກຕະຫຼາດຕື່ມໃຫ້ ຫວຽດນາມ, ປະກອບສ່ວນຫັນການພົວພັນນຳເຂົ້າສົ່ງອອກເປັນຫຼາຍຮູບແບບ ແລະ ຈຳກັດຄວາມສ່ຽງເມື່ອການເຄື່ອນໄຫວທາງການຄ້າຖືກຜົນກະທົບຈາກບັນດາມາດຕະການອາລັກຂາ ຂອງບັນດາຄູ່ຮ່ວມມືໃຫຍ່. ສ່ວນອົງການ DW, European Interest ແລະ BriefAsia ເນັ້ນໜັກເຖິງແງ່ຫວັງເປີດກວ້າງການສົ່ງອອກ, ດຶງດູດການລົງທຶນທີ່ມີຄຸນນະພາບສູງ ແລະ ການເຂົ້າເຖິງເຕັກໂນໂລຢີກ້າວໜ້າຈາກບັນດາພື້ນຖານເສດຖະກິດ EFTA.