• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນ​ລາວ ຍ້ອງ​ຍໍ​ສັນ​ລະ​ສັນ 93 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ບົດຂຽນໄດ້ຄັດສະເໜີຄຳເວົ້າຂອງທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ໃນນັ້ນ ໄດ້ເນັ້ນໜັກວ່າ: ໃນໄລຍະແຫ່ງການປ່ຽນແປງໃໝ່, ພັກກອມມູນິດ ຫວຽດນາມ ໄດ້ນຳພາປະຊາຊົນຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ
  ພາບປະກອບ: TTXVN  
ໜັງສືພິມ ປາຊາຊົນ , ອົງການກະບອກສຽງຂອງພັກປະຊາຊົນປະຕິວັດ ລາວ ສະບັບອອກວັນທີ 3 ກຸມພາ ໄດ້ລົງບົດຂຽນ ທີ່ມີຫົວຂໍ້ວ່າ “ບັນດາລະດູບານໃໝ່ທີ່ມີພັກນຳພາ”. ບົດຂຽນ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ: ລະດູບານໃໝ່ຜ່າໄດ້93ປີ (3/21930 – 3/2/2023), ພັກກອມມູນິດ ຫວຽດນາມ ໄດ້ກໍ່ສ້າງ ແລະ ພັດທະນາປະເທດຊາດ, ນຳການດຳລົງຊີວິດທີ່ອີ່ມໜຳສຳລານ, ສົມບຸນພູມສຸກມາໃຫ້ປະຊາຊົນໝົດທຸກຄົນ. ໃນຕະຫຼອດໄລຍະ 93 ປີພາຍໃຕ້ການ ນຳພາຂອງ ພັກກອມມູນິດ ຫວຽດນາມ, ຫວຽດນາມ ຈາກປະເທດທີ່ທຸກຍາກ, ຫຼ້າຫຼັງ, ເປັນຫົວເມືອງຂຶ້ນ ກາຍເປັນປະເທດພວມພັດທະນາ, ມີລາຍຮັບປານກາງ, ຖານະບົດບາດ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງປະເທດຊາດນັບມື້ນັບໄດ້ຍົກສູງຂຶ້ນຢູ່ເວທີສາກົນ. ບົດຂຽນໄດ້ຄັດສະເໜີຄຳເວົ້າຂອງທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ໃນນັ້ນ ໄດ້ເນັ້ນໜັກວ່າ: ໃນໄລຍະແຫ່ງການປ່ຽນແປງໃໝ່, ພັກກອມມູນິດ ຫວຽດນາມ ໄດ້ນຳພາປະຊາຊົນຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ບັນລຸໄດ້ຜົນງານທີ່ຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດຫຼາຍຢ່າງ. ຫວຽດນາມ ຍັງບໍ່ເຄີຍມີພາລະກິດຜົນງານທີ່ຍິ່ງໃຫຍ່, ຄວາມສາມາດບົ່ມຊ້ອນ, ຖານະບົດບາດ ແລະ ອິດທິພົນຊື່ສຽງສາກົນຄືໃນປັດຈຸບັນ.

(ແຫຼ່ງຄັດຈາກ VOV)

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top